
ໂທລະເລກທາງການໄດ້ຊີ້ແຈ້ງວ່າ: ໂລກລະບາດໂຄວິດ - 19 ໃນໂລກສືບຕໍ່ມີການຜັນແປຢ່າງສັບສົນ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ສຳລັບເຊື້ອໄວຣັດສາຍພັນ Omicron. ເຊື້ອໄວຣັດສາຍພັນ Omicron ມີຄວາມອາດສາມາດປະກົດຕົວຢູ່ ຫວຽດນາມ ແມ່ນສູງທີ່ສຸດ.
ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຕິດຕາມສະພາບການຜັນແປຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກຢ່າງໄກ້ຊິດ, ມີການຊີ້ນຳ, ແນະນຳ ແລະ ລາຍງານຕໍ່ນາຍົກລັດຖະມົນຕີຢ່າງທັນການ ເພື່ອຊີ້ນຳມາດຕະການທີ່ຈຳເປັນ ແລະ ເໝາະສົມ. ກະຊວງສາທາລະນະສຸກ ບໍ່ປະໃຫ້ຕົກເຂົ້າສູ່ທ່າຮັບ ຫຼື ເກີດບັນຫາຢ່າງກະທັນຫັນ; ບໍ່ປະໃຫ້ລະບົບສາທາລະນະສຸກເຄື່ອນໄຫວເກີນຄວາມສາມາດໃນວົງກ້ວາງ, ຮີບເຮັ່ງແນະນຳກ່ຽວກັບການຕີລາຄາລະດັບຂອງການແຜ່ລະບາດ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດທີ່ຈຳເປັນໃຫ້ເໝາະສົມກັບ ສະພາບການຜັນແປຂອງໂລກລະບາດ, ອາກາດລະດູໜາວ ແລະ ຄວາມສ່ຽງຈາກເຊື້ອໄວຣັດສາຍພັນ Omicron, ເພີ່ມທະວີການຊີ້ນຳວຽກງານຕິດຕາມໂລກລະບາດໂຄວິດ - 19 ເພື່ອກວດພົບເຊື້ອໄວຣັດສາຍພັນໃໝ່ໂດຍໄວ.
(ແຫຼ່ງຄັດຈາກ VOV)