• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການປ້ອງກັນ ຕ້ານການສໍ້ລາດບັງຫລວງເພື່ອປົກປ້ອງລະບອບລະບຽບການ

ໃນໄລຍະ 10 ປີ ນັບແຕ່ປີ 2012 ມາຮອດປະຈຸບັນ, ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງຂອງຫວຽດນາມ ໄດ້ມີບາດກ້າວເດີນຢ່າງແຮງ, ບຸກທະລຸ, ບັນລຸໝາກຜົນສຳຄັນຫລາຍຢ່າງ, ຮອບດ້ານ, ຈະແຈ້ງ, ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາພື້ນຖານແນວຄິດຂອງພັກ, ປົກປ້ອງລະບອບລະບຽບການສັງຄົມນິຍົມ ຄືໄດ້ຕີລາຄາຢູ່ກອງປະຊຸມທົ່ວປະເທດສະຫລຸບ 10 ປີແຫ່ງການປະຕິບັດວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ໄລຍະ 2012 – 2022 ດຳເນີນໃນວັນທີ 30 ມິຖຸນາ ປີ 2022 ຢູ່ຮ່າໂນ້ຍ. ເລື່ອງສຳເລັດກົນໄກປ້ອງກັນສະກັດກັ້ນຢ່າງເຄັ່ງຄັດແມ່ນປະຖົມປັດໄຈແຖວຫນ້າຕັດສິນຊີ້ຂາດຜົນສຳເລັດຂອງວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ຂອງຫວຽດນາມ.

ໃນໄລຍະ 10 ປີ ນັບແຕ່ປີ 2012 ມາຮອດປະຈຸບັນ, ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງຂອງຫວຽດນາມ ໄດ້ມີບາດກ້າວເດີນຢ່າງແຮງ, ບຸກທະລຸ, ບັນລຸໝາກຜົນສຳຄັນຫລາຍຢ່າງ, ຮອບດ້ານ, ຈະແຈ້ງ, ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາພື້ນຖານແນວຄິດຂອງພັກ, ປົກປ້ອງລະບອບລະບຽບການສັງຄົມນິຍົມ ຄືໄດ້ຕີລາຄາຢູ່ກອງປະຊຸມທົ່ວປະເທດສະຫລຸບ 10 ປີແຫ່ງການປະຕິບັດວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ໄລຍະ 2012  2022 ດຳເນີນໃນວັນທີ 30 ມິຖຸນາ ປີ 2022 ຢູ່ຮ່າໂນ້ຍ. ເລື່ອງສຳເລັດກົນໄກປ້ອງກັນສະກັດກັ້ນຢ່າງເຄັ່ງຄັດແມ່ນປະຖົມປັດໄຈແຖວຫນ້າຕັດສິນຊີ້ຂາດຜົນສຳເລັດຂອງວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ຂອງຫວຽດນາມ.

    

ກອງປະຊຸມທົ່ວປະເທດສະຫລຸບ 10 ປີປະຕິບັດວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງໄລຍະ 2012 - 2022

ກອງປະຊຸມສູນກາງຄັ້ງທີ 5 ຊຸດທີ XI (ເດືອນພຶດສະພາປີ 2012) ໄດ້ຕົກລົງແຜນນະໂຍບາຍສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ (ຄະນະຊີ້ນຳ) ຂຶ້ນກັບກົມການເມືອງ ໂດຍມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເປັນຫົວຫນ້າ ເພື່ອຊີ້ນຳ ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງໃນຂອບເຂດທົ່ວປະເທດ ຢ່າງຮອບດ້ານ.

ນັບແຕ່ເມື່ອສ້າງຕັ້ງຄະນະຊີ້ນຳ (ເດືອນກຸມພາ ປີ 2013) ມາຮອດປະຈຸບັນ, ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ ໄດ້ມີບາດກ້າວເດີນຢ່າງແຮງ, ບຸກທະລຸ, ບັນລຸໝາກຜົນສຳຄັນຫລາຍຢ່າງ, ຮອບດ້ານ, ຈະແຈ້ງ, ສ້າງຂີດໝາຍທີ່ດີ, ມີປະສິດທິຜົນຕັ້ງຫນ້າແຜ່ຂະຫຍາຍຢ່າງແຮງໃນທົ່ວສັງຄົມ ແລະໄດ້ຮັບການເຫັນດີເຫັນພ້ອມ, ຕອບສະຫນອງ, ຕີລາຄາສູງຈາກພະນັກງານ, ສະມາຊິກພັກ ແລະປະຊາຊົນ, ປະຊາຄົມສາກົນຮັບຮູ້. ການສໍ້ລາດບັງຫລວງ ພວມ “ໄດ້ຮັບການຄວບຄຸມ, ສະກັດກັ້ນ, ມີທ່າອ່ຽງຫລຸດຜ່ອນລົງ”, ປະກອບສ່ວນສຳຄັນເຂົ້າໃນວຽກງານກໍ່ສ້າງ, ປັບປຸງພັກ, ຮັກສາສະຖຽນລະພາບດ້ານການເມືອງ ແລະ ພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ.

ໃນ 10 ປີຜ່ານມາ, ຫວຽດນາມ ໄດ້ສ້າງສຳເລັດກົນໄກປ້ອງກັນສະກັດກັ້ນວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງຢ່າງເຄັ່ງຄັດ. ວຽກງານກວດກາ, ຕິດຕາມກວດກາຂອງພັກ, ອົງການກວດກາ, ກວດສອບແຫ່ງລັດໄດ້ຮັບການເພີ່ມທະວີ, ຄົ້ນພົບ ແລະແກ້ໄຂການກະທຳຜິດຢ່າງເຂັ້ມງວດ, ປະຕິບັດລະບຽບວິໄນ, ຂໍ້ກຳນົດກົດລະບຽບຢ່າງເຄັ່ງຄັດ ປະກອບສ່ວນຢ່າງແຮງເຂົ້າໃນການຍົກສູງປະສິດທິຜົນວຽກງານປ້ອງກັນຕ້ານການສໍ້ລາດ ບັງຫລວງ, ປະກົດການຫຍໍ້ທໍ້. ຄະນະພັກ, ຄະນະກຳມະການກວດກາທຸກຂັ້ນໄດ້ປະຕິບັດລະບຽບວິໄນກວ່າ  2.700 ອົງການຈັດຕັ້ງພັກ, ສະມາຊິກພັກ 168.000 ຄົນ, ໃນນັ້ນ 7.390 ຄົນ ແມ່ນລະເມີດການສໍ້ລາດບັງຫລວງ. ສູນກາງພັກ, ກົມການເມືອງ, ຄະນະເລຂາ, ຄະນະກຳມະການກວດກາສູນກາງໄດ້ປະຕິບັດລະບຽບວິໄນພະນັກງານຂັ້ນສູງກວ່າ 170 ຄົນໂດຍແມ່ນສູນກາງຄຸ້ມຄອງ, ໃນນັ້ນ ມີກຳມະການສູນກາງ, ອະດີດກຳມະການສູນກາງພັກ 33 ຄົນ,  ກວ່າ 50 ຄົນແມ່ນຂັ້ນນາຍພົນໃນກຳລັງປະກອບອາວຸດ.

ສະເພາະແຕ່ຕົ້ນອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ມາຮອດປະຈຸບັນ, ໄດ້ປະຕິບັດລະບຽບວິໄນພະນັກງານ 50 ຄົນໂດຍແມ່ນສູນກາງພັກຄຸ້ມຄອງ, ໃນນັ້ນ ມີ 8 ຄົນແມ່ນ ກຳມະການສູນກາງ, ອະດີດກຳມະການສູນກາງພັກ, 20 ຄົນແມ່ນຂັ້ນນາຍພົນໃນກຳລັງປະກອບອາວຸດ.

ຜ່ານວຽກງານສຳຫລວດກວດກາ, ກວດສອບ ໄດ້ສະເຫນີປັບໄໝເກືອບ 44.700 ໝູ່ຄະນະ, ບຸກຄົນມີການກະທຳຜິດ, ສະເຫນີຖອນຄືນຈຳນວນເງິນກວ່າ 975.000 ຕື້ດົ່ງ, ທີ່ດິນເກືອບ 76.000 ເຮັກຕາ, ສົ່ງໃຫ້ອົງການສືບສວນເກືອບ 1.200 ກໍລະນີ ມີສັນຍານລະເມີດກົດໝາຍເພື່ອສືບສວນ ປັບໄຫມລົງໂທດຕາມການກຳນົດຂອງກົດໝາຍ.

ໃນ 10 ປີຜ່ານມາ, ບັນດາອົງການດຳເນີນຄະດີໃນທົ່ວປະເທດໄດ້ເປີດການດຳເນີນຄະດີ, ສືບສວນສອບສວນກວ່າ 19.540 ກໍລະນີ ດ້ວຍຜູ້ຕ້ອງຫາ 33.860 ຄົນ … ກ່າວຟ້ອງເກືອບ 16.700 ກໍລະນີ ດ້ວຍ 33.000 ຄົນ ມີການກະທຳຜິດ. ພິເສດໃນໄລຍະມໍ່ໆມານີ້ ອົງການທີ່ມີຫນ້າທີ່ຮັບຜິດຊອບໄດ້ສຸມໃສ່ສືບສວນ ແກ້ໄຂຢ່າງເຂັ້ມງວດຫລາຍກໍລະນີສໍ້ລາດບັງຫລວງ, ຫຍໍ້ທໍ້ທີ່ຮ້າຍແຮງພິເສດ ກໍ່ຄວາມເສຍຫາຍຫລາຍ, ແລະໄດ້ເກີດຂຶ້ນໃນຂົງເຂດສາທາລະນະສຸກ, ການຄຸ້ມຄອງນຳໃຊ້ທີ່ດິນ,ອະສັງຫາລິມະຊັບ, ພັນທະບັດວິສາຫະກິດ..

ຄະນະບໍລິຫານງານສູນກາງ, ພັກກົມການເມືອງ, ຄະນະເລຂາໄດ້ປະກາດໃຊ້ເອກະສານກ່ຽວກັບການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງແລະປ້ອງກັນຕ້ານການສໍ້ລາດບັງຫລວງກວ່າ 250 ສະບັບ, ສະພາແຫ່ງຊາດໄດ້ປັບປຸງ,ເພີ່ມເຕີມ, ປະກາດໃຊ້ກົດໝາຍ, ລັດຖະບັນຍັດ, ມະຕິສະບັບໃຫມ່ກວ່າ 300 ສະບັບ; ລັດຖະບານ, ນາຍົກລັດຖະມົນຕີໄດ້ປະກາດໃຊ້ 2000 ມະຕິ, ຂໍ້ຕົກລົງ; ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆກໍ່ໄດ້ປະກາດໃຊ້ເອກະສານນິຕິກຳນັບພັນໆສະບັບເພື່ອຫັນເປັນລະບອບລະບຽບການ ແລະ ຜັນຂະຫຍາຍປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກກ່ຽວກັບການຄຸ້ມຄອງເສດຖະກິດ ສັງຄົມ, ປ້ອງກັນຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້.

ໃນໄລຍະ 10 ປີຜ່ານມາ, ການເຄື່ອນໄຫວຂອງຄະນະຊີ້ນຳສູນກາງພັກກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງໄດ້ມີການປ່ຽນແປງໃຫມ່ຫລາຍຢ່າງ, ມີແບບມີແຜນ,ວິທະຍາສາດ, ຂ້ຽວຂາດ ແລະມີປະສິດທິຜົນ.ໄລ່ຮອດວັນທີ 27/6/2022  ມີ 34 ແຂວງ, ນະຄອນ ໄດ້ສ້າງຕັ້ງຄະນະຊີ້ນຳການປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ຂັ້ນແຂວງ ເພື່ອແນໃສ່ຫັນປ່ຽນຢ່າງແຮງກວ່າໃນວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງຢູ່ທ້ອງຖິ່ນ, ຂັ້ນຮາກຖານ.

ໝາກຜົນບັນລຸໄດ້ໃນວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້ຢູ່ ຫວຽດນາມ ໃນໄລຍະຜ່ານມາໄດ້ຮັບຄວາມເຫັນດີເຫັນພ້ອມ,ສະຫນັບສະຫນູນ, ການຕີລາຄາສູງຈາກປະຊາຊົນ, ແມ່ນໄມ້ວັດແທກຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກັບພັກ, ຢັ້ງຢືນເປົ້າໝາຍ, ທັດສະນະ,ແຜນນະໂຍບາຍ,ມາດຕະການແກ້ໄຂຂອງພັກ  ແລະ ລັດກ່ຽວກັບການ ສໍ້ລາດບັງຫລວງ, ການຫຍໍ້ທໍ້ ແມ່ນຖືກຕ້ອງ, ທັນການ, ເໝາະສົມກັບພຶດຕິກຳຕົວຈິງ, ປົກປັກຮັກສາພື້ນຖານແນວຄິດຂອງພັກ ແລະລະບອບລະບຽບການສັງຄົມນິຍົມຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top