• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມຂຶ້ນ 15 ຂັ້ນ, ເປັນຄັ້ງທຳອິດ ຫວຽດນາມ ນອນໃນຕອບມີດັດຊະນີເສລີເສດຖະກິດປານກາງ

ປີນີ້ແມ່ນປີທຳອິດທີ່ພື້ນຖານເສດຖະກິດຫວຽດນາມ ກ້າວເຂົ້າສູ່ບັນດາພື້ນຖານເສດຖະກິດມີ “ຄວາມເສລີປານກາງ”, ເພີ່ມຂຶ້ນ 2,9 ຄະແນນ ແລະ ເລື່ອນ15 ຂັ້ນເມື່ອທຽບໃສ່ປີ 2020.
(ພາບ: TTXVN)

ດ້ວຍ 61,7 ຄະແນນ, ເປັນຄັ້ງທຳອິດຫວຽດນາມ ນອນໃນຕອບກຸ່ມພື້ນຖານເສດຖະກິດທີ່ມີດັດຊະນີເສລີເສດຖະກິດຢູ່ໃນລະດັບປານກາງ, ກາຍເປັນພື້ນຖານເສດຖະກິດເສລີຢືນອັບດັບທີ 90 ໃນຕະຕາລາງຈັດອັນດັບໃນປີນີ້. ຕາມຕະຕາລາງຈັດອັນດັບ ໂດຍກອງທຶນມໍລະດົກ (Heritage Foundation) ຫາກໍ່ປະກາດ. ປີນີ້ແມ່ນປີທຳອິດທີ່ພື້ນຖານເສດຖະກິດຫວຽດນາມ ກ້າວເຂົ້າສູ່ບັນດາພື້ນຖານເສດຖະກິດມີ “ຄວາມເສລີປານກາງ”, ເພີ່ມຂຶ້ນ 2,9 ຄະແນນ ແລະ ເລື່ອນ15 ຂັ້ນເມື່ອທຽບໃສ່ປີ 2020. ສາຍເຫດທີ່ດັດຊະນີດັ່ງກ່າວຂອງພື້ນຖານເສດຖະກິດຫວຽດນາມ ເພີ່ມຂັ້ນແມ່ນຍ້ອນສະພາບການເງິນຢູ່ພາຍໃນປະເທດໄດ້ຮັບການປັບປຸງ. ຫວຽດນາມ ຢືນອັນດັບທີ 17 ໃນຈຳນວນ 40 ພື້ນຖານເສດຖະກິດຢູ່ພາກພື້ນອາຊີ - ປາຊີຟິກ. ກອງທຶນດັ່ງກ່າວໃຫ້ຂໍ້ສັງເກດວ່າ, ການຈັດອັນດັບຂອງຫວຽດນາມ ສາມາດເພີ່ມຂຶ້ນຕື່ມອີກ ຖ້າຫາກລັັດຖະບານມີການກະທຳເພີ່ມເຕີ່ມ ເພື່ອຫັນບັນດາຂໍ້ກຳນົດການລົງທຶນ ແລະ ຂົງເຂດການເງິນເປັນເສລີ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ທ້າຍ​ອາ​ທິດ​ຜ່ານ​ມາ, ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ (NCA) ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ ໂອ​ຕາ​ລິດ (AIT) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI).

Top