
ຮອງນາຍົກລັດຖະມັນຕີຫວຽດນາມ ຈີ້ງດິງຢຸງ ໃຫ້ການຕ້ອນຮັບທ່ານ ໂຣເບີກ ຢາບ ປະທານ ຜູ້ບໍລິຫານກຸ່ມບໍລິສັດ YCH
ທ່ານ ໂຣເບີກ ຢາບ ໃຫ້ຮູ້ວ່າ : ກຸ່ມບໍລິສັດ YCH ຕົກລົງຮ່ວມທຸລະກິດກັບ ກຸ່ມບໍລິສັດ ທີແອນທີ ເພື່ອລົງທຶນພັດທະນາໂຄງການສູນ ການບໍລິການ Logistics ແລະ ທ່າບົກ ສາກົນຢູ່ແຂວງວີ້ງຟຸກ. ດ້ວຍທີ່ໄດ້ປຽບກ່ຽວກັບທີ່ຕັ້ງ, ພື້ນຖານໂຄງລ່າງ, ສູນ ການບໍລິການ Logistics ຈະສ້າງຈຸດເຊື່ອມຕໍ່ໃນລະບົບສະໜອງສິນຄ້າລະຫວ່າງຫວຽດນາມ, ອາຊຽນ ແລະ ຕະຫຼາດພາກພື້ນ ແລະສາກົນ.
ສ່ວນ ທ່ານຮອງນາຍົກລັດຖະມັນຕີຫວຽດນາມ ຈີ້ງດິງຢຸງ ກໍໄດ້ຖືວ່າ ນີ້ແມ່ນປະກົດການລະອຽດຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ທີ່ພວມພັດທະນາຢ່າງຕັ້ງໜ້າ. ຕາມທ່ານແລ້ວດ ເປົ້າໝາຍຂອງຫວຽດນາມແມ່ນກໍ່ສ້າງລະບົບພື້ນຖານໂຄງລ່າງຄົມມະນາຄົມຢ່າງຄົບຊຸດ; ບົນພື້ນຖານດັ່ງກ່າວ ຈະສ້າງບັນດາສູນ ການບໍລິການ Logistics ໃຫຍ່ມີລະດັບສາກົນ ແນໃສ່ຫຼຸດຜ່ອນຄ່າໃຊ້ຈາຍໃຫ້ແກ່ບັນດາວິສາຫະກິດ, ຈາກນັ້ນ ຍົກສູງຄຸນນະພາບ ຄວາມສາມາດແກ່ງແຍ້ງຂອງສິນຄ້າ ແລະ ຂອງທັງພື້ນຖານເສດຖະກິດອີກດ້ວຍ
(ແຫຼ່ງຄັດຈາກ VOV)