• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດ​ຕົວ​ໂຄງ​ການ “ທຳ​ຄວາມ​ສະ​ອາດ​ທະ​ເລ”, ປະ​ກອບ​ການ​ກະ​ທຳ​ເລັກ​ນ້ອຍ​ເພື່ອ​ແຜ່​ກະ​ຈາຍ​ຄວາມ​ໝາຍ​ທີ່ຍິ່ງ​ໃຫຍ່

ຕອນເຊົ້າວັນທີ 15 ມິຖຸນາ, ຢູ່ຮ່າໂນ້ຍ, ວາລະສານສານ ປະຊາຊົນ (ຂຶ້ນກັບສານປະຊາຊົນສູງຊຸດ ຫວຽດນາມ) ໄດ້ສົມທົບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຖະແຫຼງຂ່າວ ເປີດຕົວໂຄງການ “ທຳຄວາມສະອາດທະເລ” ໄລຍະ 2021 – 2026.

ຕອນເຊົ້າວັນທີ 15 ມິຖຸນາ, ຢູ່ຮ່າໂນ້ຍ, ວາລະສານສານ ປະຊາຊົນ (ຂຶ້ນກັບສານປະຊາຊົນສູງຊຸດ ຫວຽດນາມ) ໄດ້ສົມທົບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຖະແຫຼງຂ່າວ ເປີດຕົວໂຄງການ “ທຳຄວາມສະອາດທະເລ” ໄລຍະ 2021 – 2026. 

    

ພິທີເປີດຕົວໂຄງການ (ພາບ: TTXVN)

ຈຸດປະສົງຂອງໂຄງການແມ່ນເພື່ອມຸ່ງໄປເຖິງເປົ້າໝາຍຍົກສູງສະຕິຂອງວົງຄະນະຍາດກ່ຽວກັບບັນຫາສິ່ງເສດເຫຼືອ, ຂີ້ເຫຍື້ອ, ຮຽກຮ້ອງໃຫ້ທຸກຄົນຮ່ວມແຮງຮ່ວມໃຈກະທຳເພື່ອປົກປັກຮັກສາສິ່ງແວດລ້ອມທະເລສ້າງການດຳລົງຊີວິດທີ່ເປັນມິດກັບສິ່ງແວດລ້ອມ, ເພື່ອແນໃສ່ຈຳກັດການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງໂຄສະນາພາບພົດປະເທດ ຫວຽດນາມ ໃຫ້ເພື່ອນມິດສາກົນ, ປະກອບສ່ວນສ້າງປະເທດ ຫວຽດນາມ ໃຫ້ນັບມື້ນັບສວຍງາມ ແລະ ພັດທະນາແບບຍືນຍົງ. ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານເຈິ່ນກວັກວຽດ ບັນນາທິການໃຫຍ່ ວາລະສານສານປະຊາຊົນ, ຫົວໜ້າຄະນະຈັດຕັ້ງໂຄງການໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າຜັນຂະຫຍາຍການເຄື່ອນໄຫວທຳຄວາມສະອາດທະເລ, ເກັບຂີ້ເຫຍື້ອທະເລ, ຫຼັງຈາກນັ້ນພວກຂ້າພະເຈົ້າໄດ້ມອບໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ສະເໜີໃຫ້ອຳນາດການປົກຄອງທ້ອງຖິ່ນສືບຕໍ່ຂະບວນການ ແລະ ເມື່ອມີເງື່ອນໄຂຈົ່ງສືບຕໍ່ກັບພວກຂ້າພະເຈົ້າ ໃນໂຄງການຕໍ່ໄປ. ພວກຂ້າພະເຈົ້າປຸກລະດົມກຳລັງສະມາຊິກຊາວໜຸ່ມ, ນັກສຶກສາ ຢູ່ຕາມມະຫາວິທະຍາໄລ ແລະ ກຳລັງຫຼັກແຫຼ່ງ, ນັ້ນແມ່ນກຳລັງທະຫານເຮືອ, ທະຫານປ້ອງກັນຊາຍແດນ ເພື່ອແຜ່ຂະຫຍາຍ, ໂຄສະນາ, ປຸກລະດົມການຄຸ້ມຄອງຕິດຕາມ, ຍິ່ງໄປກ່ວານັ້ນແມ່ນການຕ້ານ, ສະກັດກັ້ນການກະທຳລະເມີດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top