• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດ​ກວ້າງ​​ເປົ​້າໝາຍວິ​ສາ​ຫະກິດ​ທີ່​ໄດ້ຊົມ​ໃຊ້​ນະ​ໂຍບາຍ​ຫຼຸດອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ ປີ 2020

ປຶກສາຫາລືທີ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໃນຕອນເຊົ້າວັນທີ 16 ມິຖຸນາ ກ່ຽວກັບຮ່າງມະຕິວ່າດ້ວຍການຫຼຸດອາກອນລາຍຮັບວິສາຫະກິດ ທີ່ຕ້ອງຈ່າຍໃນປີ 2020 ສໍາລັບວິສາຫະກິດ, ສະຫະກອນ, ອົງການວິຊາການ ແລະ ອົງການອື່ນໆນັ້ນ, ມີສະມາຊິກສະພາແຫ່ງຊາດຫຼາຍທ່ານ ໄດ້ສະເໜີ ເປີດກວ້າງເປົ້າໝາຍໄດ້ຊົມໃຊ້ ເຊິ່ງລວມມີ ວິສາຫະກິດຂະໜາດກາງ.

 (ພາບປະກອບ: quochoi.vn)

 ປັດຈຸບັນ, ຫວຽດນາມ ມີວິສາຫະກິດທັງໝົດ 760.000 ແຫ່ງ, ໃນນັ້ນມີ 93% ແມ່ນວິສາຫະກິດຂະໜາດນ້ອຍ, 4% ແມ່ນວິສາຫະກິດຂະໜາດກາງ ແລະ 3% ແມ່ນວິສາຫະກິດຂະໜາດໃຫຍ່, ເຊິ່ງເປັນພາກສ່ວນປະກອບຫຼາຍທີ່ສຸດໃຫ້ແກ່ແຮງງານ ແລະ ການຮັບປະກັນຊີວິດສັງຄົມໃຫ້ແກ່ວົງຄະນະຍາດ. ທ່ານ ຟ້າມວັນຫຸ່ງ, ສະມາຊິກສະພາແຫ່ງຊາດແຂວງ ກາວບັ່ງ, ປະກອບຄໍາເຫັນດັ່ງນີ້:

        “ຂ້າພະເຈົ້າສະໜັບສະໜູນແຜນນະໂຍບາຍຫຼຸດຜ່ອນອາກອນລາຍຮັບໃຫ້ບັນດາວິສາຫະກິດທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ຫຼາຍທີ່ສຸດ. ເຖິງຢ່າງໃດກໍຕາມ, ຕ້ອງເປີດກວ້າງຂອບເຂດອອກ ໃຫ້ທັງວິສາຫະກິດຂະໜາດນ້ອຍ ແລະ ກາງ. ເພາະວ່າ ຈໍານວນວິສາຫະກິດຂະໜາດກາງ ແລະ ນ້ອຍ ແມ່ນກວມເອົາ 97% ຈໍານວນວິສາຫະກິດທັງໝົດຂອງຫວຽດນາມ, ເຊິ່ງເປັນເປົ້າໝາຍປະກອບບົດບາດສໍາຄັນໃຫ້ແກ່ພື້ນຖານເສດຖະກິດ ແຕ່ເຂົາເຈົ້າຂາດແຄນທຶນຮອນ, ວິທະຍາສາດເຕັກໂນໂລຢີ ແລະ ກໍາລັງຄວາມສາມາດໃນການບໍລິຫານຍັງອ່ອນ. ເພາະສະນັ້ນ, ຕ້ອງໃຫ້ການໜູນຊ່ວຍທັງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ”.

        ນອກຈາກນັ້ນ, ກໍມີສະມາຊິກສະພາແຫ່ງຊາດຫຼາຍທ່ານ ຖືວ່າ ມະຕິວ່າດ້ວຍນການຫຼຸດຜ່ອນອາກອນລາຍຮັບໃຫ້ວິສາຫະກິດໃນປີ 2020 ສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນການໜູນຊ່ວຍຕາມຂອບຂະໜາດຂອງວິສາຫະກິດ ແຕ່ຕ້ອງເອົາໃຈໃສ່ເຖິງການໜູນຊ່ວຍຕາມຂົງເຂດ. 

(ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top