• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງ ໂຮງງານຜະລິດໄຟຟ້າໃຊ້ພະລັງງານແສງຕາເວັນ ຢູ່ ນິງທ້ວນ ດ້ວຍຍອດເງິນລົງທຶນກວ່າ 1.000 ຕື້ດົ່ງ

ນີ້ແມ່ນໂຄງການນຳໃຊ້ເຕັກໂນໂລຢີທັນສະໄໝ ແລະ ກ້າວໜ້າອັນດັບໜຶ່ງໃນປັດຈຸບັນ.

ພິທີເປີດສະຫຼອງ ໂຮງງານຜະລິດໄຟຟ້າໃຊ້ພະລັງງານແສງຕາເວັນ ຮ່າໂດ ນິງເຟຶອກ (ພາບ: TTXVN)
      ວັນທີ 24 ຕຸລາ, ຢູ່ບໍລິເວນຕາແສງ ເຟຶອກຖ໊າຍ ແລະ ຕາແສງ ເຟຶອກວິງ, ເມືອງ ນິງເຟຶອກ ແຂວງນິງທ້ວນ, ກຸ່ມບໍລິສັດ ຮ່າໂດ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ຈັດຕັ້ງພິທີເປີດສະຫຼອງ ໂຮງງານຜະລິດໄຟຟ້າໃຊ້ພະລັງງານແສງຕາເວັນ ຮ່າໂດ ນິງເຟຶອກ ດ້ວຍກຳລັງການຜະລິດໄຟຟ້າ 50 MWp, ໂດຍມີຍອດເງິນລົງທຶນທັງໝົດຫຼາຍກວ່າ 1.000 ຕື້ດົ່ງ. ນີ້ແມ່ນໂຄງການນຳໃຊ້ເຕັກໂນໂລຢີທັນສະໄໝ ແລະ ກ້າວໜ້າອັນດັບໜຶ່ງໃນປັດຈຸບັນ. ພາຍຫຼັງກໍ່ສ້າງມາເປັນເວລາ 3 ເດືອນ, ໂຮງງານຜະລິດໄຟຟ້າໃຊ້ພະລັງງານແສງຕາເວັນ ຮ່າໂດນິງເຟຶອກ ໄດ້ເຂົ້າເຄື່ອນໄຫວຜະລິດໄຟຟ້າຢ່າງເປັນທາງການ ແລະ ເຂົ້າຮ່ວມຕາໜ່າງໄຟຟ້າແຫ່ງຊາດໃນວັນທີ 1 ກັນຍາ ຜ່ານມາ ແລະ ບໍລິສັດຊື້ຂາຍໄຟຟ້າ ຂຶ້ນກັບ ກຸ່ມບໍລິສັດໄຟຟ້າແຫ່ງຊາດ ຫວຽດນາມ ຮັບຮອງເອົາວັນທີ 4 ກັນຍາ 2020 ແມ່ນວັນເຄື່ອນໄຫວການຄ້າ. ຕາມນັ້ນແລ້ວ, ແຕ່ລະປີ, ໂຄງການດັ່ງກ່າວ ຈະສະໜອງແກ່ຕາໜ່າງໄຟຟ້າແຫ່ງຊາດປະມານ 92 ລ້ານ kWh, ປະກອບສ່ວນເຂົ້າໃນງົບປະມານທ້ອງຖິ່ນໄດ້ປະມານເກືອ 37 ຕື້ດົ່ງຕໍ່ປີ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top