• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງສູນປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງຂອງກຸ່ມບໍລິສັດເຕັກໂນໂລຊີCMC

ພິ​ທີ​ຕັດ​ແຖບ​ຜ້າ​ເປີດ​ສະ​ຫຼອງ​
ສູນ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ​ຂອງ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ CMC
(ພາບ: dangcongsan.vn)
      ຕອນ​ເຊົ້າ​ວັນ​ທີ 26/02, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ດຶກ​ດາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຕັດ​ແຖບ​ຜ້າ​ເປີດ​ສະ​ຫຼອງ​ສູນ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ​ຂອງ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ CMC. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ, ສູນ​ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິ​ດ​ສ້າງ​ຂອງ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ CMC ອາດຈະ​ໄດ​້​ຮັບ​ຖື​ວ່າ​ແມ່ນ​ຂີດ​ໝາຍ​ສຳ​ລັບ​ວິ​ວັດ​ການ​ພັດ​ທະ​ນາ​ຂອງກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ CMC ແລະ ປະ​ຊ​າ​ຄ​ົມ​ເລີ່ມ​ທຸ​ລະ​ກິດ, ປະ​ຊາ​ຄົມ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູ​ນ​ຂ່າວ​ສານ​ຂອງ​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ດຶກ​ດາມ ປາດ​ຖະ​ໜາ​ວ່າ, ໃນ​ອະ​ນ​າ​ຄົດ, ຈຳ​ນວນ​ວິ​ສາ​ຫະ​ກິດ​ເລີ່ມ​ທຸ​ລະ​ກິດຈ​ະ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ດຶກ​ດາມ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ລະ​ຫວ່າງ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ແລະ ກຸ່ມ​ບໍ​ລິ​ສັດ CMC ກ່ຽວ​ກັບ​ການ​ໜູນ​ຊ່ວຍກໍ່​ສ້າງ​ແຜນ​ທີ່​ເອ​ເລັກ​ໂຕ​ນິກ, ແຜນ​ການເຕັກ​ໂນ​ໂລ​ຊີ ແລະ ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top