• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງລະບົບໃຫ້ຄຳປຶກສາດ້ານກົດໝາຍຜ່ານທາງອິນເຕີແນັດຂອງກຳມະບານ ຫວຽດນາມ

ກອງປະຊຸມຄະນະບໍລິຫານງານສະຫະພັນໃຫຍ່ແຮງງານ ຫວຽດນາມ ຄັ້ງທີ 3 (ຊຸດທີ 12) ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 13 ມີນາ ທີ່ຮ່າໂນ້ຍ. 
ບັນດາຜູ້ແທນເຂົ້າຮ່ວມພິທີເປີດສະຫຼອງລະບົບໃຫ້ຄຳປຶກສາດ້ານກົດໝາຍຂອງກຳມະບານ ຫວຽດນາມ ໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ (ພາບ: Nguyen Hai)

ທີ່ກອງປະຊຸມ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບວຽກງານການເງິນຂອງກຳມະບານ, ແຜນຮ່າງປະຕິບັດການທົດລອງຮູບແບບລະບົບການເຄື່ອນໄຫວເສດຖະກິດ ແລະ ກຳນົດມາດຖານຕຳແໜ່ງພະນັກງານກຳມະບານທຸກຂັ້ນ.

        ໃນຂອບເຂດກອງປະຊຸມກໍ່ດຳເນີນພິທີເປີດສະຫຼອງລະບົບໃຫ້ຄຳປຶກສາດ້ານກົດໝາຍຂອງກຳມະບານ ຫວຽດນາມ ໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ. ລະບົບໄດ້ຕິດຕັ້ງໃນປະຕູຖານຂໍ້ມູນເອເລັກໂຕນິກຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ. ຊອັບແວຈະຮັບເອົາຄຳຖາມຂອງຊາວຜູ້ອອກແຮງງານໃນບັນດາຂົງເຂດຂອງປະມວນກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍກຳມະບານ, ກົດໝາຍວ່າດ້ວຍການປະກັນສັງຄົມ…ລະບົບກໍ່ຈະຍົກອອກຄຳໄຈ້ແຍກ, ຄຳຕອບທີ່ເໝາະສົມກັບຄຳຖາມຂອງຊາວຜູ້ອອກແຮງງານໂດຍອັດຕະໂນມັດ.

(ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top