• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດນຳໃຊ້ຮາກຖານຂໍ້ມູນແຫ່ງຊາດກ່ຽວກັບກົດໝາຍ (ລະບົບອັບເດດໃໝ່)

ຮາກຖານຂໍ້ມູນແຫ່ງຊາດກ່ຽວກັບກົດໝາຍ (ລະບົບອັບເດດໃໝ່) ໄດ້ສ້າງໂຄງປະກອບຄືນໃໝ່ຢ່າງຮອບດ້ານ, ຄຸ້ມຄອງລະອຽດທີ່ສຸດ.
  ພິ​ທີພິທີເປີດນຳໃຊ້ຮາກຖານຂໍ້ມູນແຫ່ງຊາດກ່ຽວກັບກົດໝາຍ (ລະບົບອັບເດດໃໝ່) (ພາບ: MOJ)  

ພິ​ທີ​ເປີດ​ນຳ​ໃຊ້​ຮາ​ກ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ກົດ​ໝາຍ (ລະ​ບົບ​ອັບ​ເດດ​ໃໝ່) ແລະ ລະ​ບົບ​ຂໍ້​ມູນ​ໜູນ​ຊ່ວຍກວດ​ກາ​ເອ​ກະ​ສານ​​ຂໍ້​ກຳ​ນົດ​ກົດ​ໝາຍ​​ສັງ​ລວມຄືນ​ໃໝ່ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 23 ເມ​ສາ, ຢູ່ ຮ່າ​ໂນ້ຍ. ທ່ານ ຫງວຽນ​ຄັກ​ດິ້ງ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ທ່ານ ເລ​ຕຽນ​ເຈົາ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ເຂົ້າ​ຮ່ວມ.

​ຮາ​ກ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ກົດ​ໝາຍ (ລະ​ບົບ​ອັບ​ເດດ​ໃໝ່) ໄດ້​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່​ຢ່າງ​ຮອບ​ດ້ານ, ຄຸ​້ມ​ຄອງ​​ລະ​ອ​ຽດ​ທີ່​ສຸດ. ພິ​ເສດ, ຂໍ້​ມູນ​ທັງ​ໝົດ​ໃນ​ປະ​ຈຸ​ບັນ​ໄດ້​ສະ​ແດງ​ຖືກ​ຕາມ​ມາດ​ຖານພາ​ສາ​ລວມ​ຂອງ​ບັນ​ດາ​ລະ​ບົບ​ກົດ​ໝາຍ​ສາ​ກົນ​ທີ່​ກ່າວ​ໜ້າ​ໃນ​ໂລກ, ຊ່ວຍ​ໃຫ້​ລະ​ບົບ​ນີ້ບໍ່​ພຽງ​ແຕ່​ແມ່ນ​ສາງ​ເກັບ​ກຳຂໍ້​ມູນ​ເທົ່າ​ນັ້ນ, ​ຫາກ​ຍັງ​ມີ​ຄວາມ​ສາມ​າດ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ພື້ນ​ຖານ​ດີ​ຈີ​ຕອນ​ອື່ນ.

ສິ່ງ​ທີ່​ໜ້າ​ສົນ​ໃຈ, ເປັນ​ຄັ້ງ​ທຳ​ອິດທີ່ປັນ​ຍາ​ປະ​ດິດ (AI) ໄດ້​ນຳ​ໃຊ້​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ຊ່ວຍ​​ຮັບ​ປະ​ກັນຄຸນ​ນະ​ພາບ​ດ້ານ​ຂໍ້​ມູນ ແລະ ການ​ຂຸດ​ຄົ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຊັດ​ເຈນ.

ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຮາກ​ຖານ​ຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ກົດ​ໝາຍນີ້​ຈ​ະ​ໄດ້​ຮັບ​ການ​ກຳ​ນົດ​ສ້າງເປັນ​ຮູບ​ແບບ​ພື້ນ​ຖານ​ພູມ​ປັນ​ຍາ​ນິ​ຕິ​ກຳ​ດີ​ຈີ​ຕອນ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top