• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດນຳໃຊ້ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ - ສ.ເກົາຫຼີ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກເຖິງຜົນສຳເລັດຂອງໂຄງການວ່າ ຈະສ້າງກຳລັງໜູນຊຸກຍູ້ລະບົບປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ
  ເປີດນຳໃຊ້ສຳນັກງານສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ - ສ.ເກົາຫຼີ (ພາບ: TTXVN)  

ວັນທີ 18 ມັງກອນ, ຢູ່ເຂດເຕັກໂນໂລຊີສູງ ຮ່ວາລາກ (ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ໄດ້ຕັດແຖບຜ້າເປີດນຳໃຊ້ສຳນັກງານສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ - ສ.ເກົາຫຼີ (VKIST). ສຳນັກງານຂອງ VKIST ລວມມີຫ້ອງທົດລອງທັນສະໄໝ 5 ຫ້ອງ, ດ້ວຍມູນຄ່າການກໍ່ສ້າງທັງໝົດແມ່ນ 5 ລ້ານ USD. ນີ້ແມ່ນໂຄງການຊ່ວຍເຫຼືອລ້າໃຫຍ່ທີ່ສຸດຂອງ ສ.ເກົາຫຼີ ມາໃຫ້ ຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກເຖິງຜົນສຳເລັດຂອງໂຄງການວ່າ ຈະສ້າງກຳລັງໜູນຊຸກຍູ້ລະບົບປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ, ປະກອບສ່ວນສ້າງບາດກ້າວບຸກທະລຸໃຫ້ແກ່ພື້ນຖານວິທະຍາສາດເຕັກໂນໂລຊີ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ ດ້ວຍພື້ນຖານວັດຖຸທັນສະໄໝ, ຖັນແຖວບຸກຄະລາກອນເກັ່ງ ພ້ອມກັບບັນດາຜະລິດຕະພັນຄົ້ນຄວ້າທຳອິດ, ສະຖາບັນ VKIST ຈະສວມບົດບາດເປັນແກ່ນສານເຊື່ອມຕໍ່ລະຫວ່າງສະຖາບັນ, ໂຮງຮຽນ, ວິສາຫະກິດໃນລະບົບນິເວດປ່ຽນແປງໃໝ່ປະດິດຄິດສ້າງຂອງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top