• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດຊຸດເຝິກອົບຮົມທັກສະປະຊາສຳພັນ ແລະ ສື່ມວນຊົນ” ໃຫ້ແກ່ບັນດານັກຂ່າວລາວ

      ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໄຂຊຸດເຝິກອົບຮົມ “ ທັກສະປະຊາສຳພັນ ແລະ ສື່ມວນຊົນ” ທີ່ສະຫງວນໃຫ້ແກ່ບັນດານັກຂ່າວລາວ

ຊຸດເຝິກອົບຮົມ “ ທັກສະປະຊາສຳພັນ ແລະ ສື່ມວນຊົນ”
      ວັນທີ 20 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໄຂຊຸດເຝິກອົບຮົມ “ ທັກສະປະຊາສຳພັນ ແລະ ສື່ມວນຊົນ” ທີ່ສະຫງວນໃຫ້ແກ່ບັນດານັກຂ່າວລາວ.   ນີ້ແມ່ນ ຊຸດບຳລຸງເພື່ອແນໃສ່ຍົກສູງທາງດ້ານວິຊາຊີບສື່ມວນຊົນຄັ້ງທີ 20 ຊຶ່ງຖືກດຳເນີນເພື່ອແນໃສ່ຫັນຂໍ້ຕົກລົງຮ່ວມມືລະຫວ່າງ ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ  ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃຫ້ເປັນລະອຽດ. ຊຸດເຝິກອົບຮົມເປັນເວລາ 5 ວັນນີ້ ຈະຊ່ວຍບັນດານັກສຳມະນາກອນມີບົດຮຽນຕື່ມອີກໃນທັກສະສ້າງແຫຼ່ງຂ່າວ ແລະ ຮູ້ຈັກວິທີແກ້ໄຂ ແລະ ນຳໃຊ້ຂ່າວຄາວທີ່ເອົາມາໄດ້. 
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top