• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດງານບຸນໄຊຊະນະດົ໋ງດາ-ຮ່າໂນ້ຍ


ງານ​ບຸນ​​ໄຊຊະນະ​ດົ໋ງດາ-ຮ່າ​ໂນ້ຍ
(ພາບ:vnexpress.net)
      ງານ​ບຸນ​​ໂນນ ດົ໋ງດາ - ຮ່າ​ໂນ້ຍ ສະ​ເຫຼີ​ມສະຫຼອງ 227 ປີ​ແຫ່ງ​ໄຊຊະນະ ງອກ​ໂຮ່​ຍ - ດົ໋ງດາ (1789-2016) ຖືກ​ຈັດ​ຂຶ້ນ​ຢູ່ສວນສາທາລະນະ ​ວັດທະນະທຳ​ດົ໋ງດາ, ​ຮ່າ​ໂນ້ຍ​ໃນ​ວັນ​ທີ 12/2 (ວັນ​ທີ 5 ​ເດືອນ​ຈຽງ).
      ວັນ​ທີ 5 ​ເດືອນ​ຈຽງກ່ອນ​ນີ 227, ​ໃນ​ແຜ່ນດິນ​ປະຫວັດສາດ​ນີ້, ທະຫານ ​ໄຕ​ເຊີນ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ວິລະ​ຊົນ​ຊາວນາ ກວາງ​ຈູງ - ຫງວຽນ​ເຫ໋ວ ​ໄດ້ ​ເຄື່ອນ​ທັບ​ບຸກ​ໂຈມ​ຕີ​ໃສ່​ນະຄອນ ທັງ​ລອງ, ພາບ​ແພ້​ທະຫານ​ເຊີງ 290.000 ຄົນ. ນັບ​ແຕ່​ນັ້ນ, ວັນ​ທີ 5 ​ເດືອນ​ຈຽງ​ທຸກ​ປີ ​ໄດ້​ກາຍ​ເປັນ​ວັນ​ສະ​ເຫຼີ​ມສະຫຼອງ​ມູນ​ເຊື້ອ​ອັນສັກກະ​ລະ​ບູຊາ​ຂອງ​ຊາວ​ນະຄອນຫຼວງ. ທ່ານ ຫງວຽນ​ຊອງ​ຮ່າວ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ດົ໋ງດາ, ​ໃຫ້​ຮູ້​ວ່າ:
      “ໃນ​ວັນ​ທີ 5 ເດືອນ​ຈຽງ, ປະຊາ​ຊົນ​ໃນ​ເມືອງ ດົ໋ງດາ​ ຮູ້ສຶກ​ເບີ​ກບານ​ມ່ວນ​ຊື່ນ​ທີ່​ໄດ້​ຕາງໜ້າ​ຊາວ​ນະຄອນຫຼວງ​ແລະ ປະຊາຊົນ​ທົ່ວ​ປະ​ເທດ, ຈັດ​ຕັ້ງ​ງານ​ບຸນ​ໄຊຊະນະ​ໂນນ​ດົ໋ງດາ, ເພື່ອວາດ​ພາບ​​ໃຫ້​ເຫັນບັ້ນ​ຮົບ​ຂອງ​ນັກວິລະ​ຊົນ​ຊາວນາຄືນ​ໃໝ່. ງານ​ບຸນ​ເພື່ອ​ແນ​ໃສ່ສຶກສາ​ມູນ​ເຊຶ້ອຮັກ​ຊາດ​ໃຫ້​ລຸ້ນຫຼັງ, ທັງ​ຮັກສາ​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ​ໄວ້“.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top