• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ຕອນເຊົ້າວັນທີ 25 ມີນາ, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະ ການນຳບາງແຂວງ, ນະຄອນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ I ຢູ່ແຂວງບີງເຢືອງ (VSIP I - ບີງເຢືອງ).
  ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ໄປຢ້ຽມຢາມ ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ I  

VSIP I - ບີງເຢືອງ ໄດ້ຮັບການສ້າງຕັ້ງເມື່ອປີ 1996 ແລະ ກໍ່ສ້າງສຳເລັດໃນປີ 1997 ດ້ວຍເນື້ອທີ່ 500 ເຮັກຕາ ພ້ອມກັບ ລະບົບຄຸ້ມຄອງ ແລະ ພື້ນຖານໂຄງລ່າງບັນລຸມາດຕະຖານສາກົນ, ກາຍເປັນໜຶ່ງໃນບັນດາເຂດອຸດສາຫະກຳຕົວແບບຂອງ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ຖືວ່າ, ຕ້ອງແຜ່ຂະຫຍາຍ ແລະ ເປີດກ້ວາງຮູບແບບ VSIP ອອກສູ່ບັນດາແຂວງຕາມທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີ. ເຖິງຢ່າງໃດກໍດີ, ໃນຂະບວນວິວັດຜັນຂະຫຍາຍປະຕິບັດຢູ່ທ້ອງຖິ່ນ, ຕ້ອງພິຈາລະນາວ່າໂຄງການໃດສາມາດປະຕິບັດໄດ້ຈຶ່ງເຮັດ.

 

(ແຫຼ່ງຄັດຈາກ VOV)

ກອງປະຊຸມແບບວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງຂອງພາກພື້ນ

ກອງປະຊຸມແບບວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງຂອງພາກພື້ນ

ກອງປະຊຸມຈະປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງຂອງພາກພື້ນ, ຄື: ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດ, ສະພາບການ ມຽນມາ, ຄວາມເຄັ່ງຕຶງ ໄທ - ກຳປູເຈຍ…

Top