• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດກວ້າງ​ການ​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ຢູ່ ເຫວ້ ແລະ ຮ່າ​ຕິງ

ໂດຍ​ໄດ້​ຮັບຫຼາຍ​ແຫຼ່ງ​​ຂໍ້​ມູນ​ໃ​ໝ່​ຈາກ​ຜູ້​ເປັນ​ພະ​ຍານ ແລະ ນັກ​ຮົບ​ເກົ່າ, ກຳ​ລັງ​ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຢູ່​ນະ​ຄອນ ເຫວ້ ແລະ ຮ່າ​ຕິງ ​ພວມ​ເປີດກວ້າງ​ບັ້ນ​ເຄື່ອນ​ໄຫວ​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ.
  ທ່ານ ຫງວຽນວັນແມ້ງ, ຮອງປະທານ ຄະນະກຳມະການປະຊາຊົນ ນະຄອນ ເຫວ້, ກວດກາການຄົ້ນຫາອັດຖິຂອງວິລະຊົນຜູ້ເສຍສະຫຼະຊີບເພື່ອຊາດ ຢູ່ສະຖານີລົດໄຟ ເຫືອງຖຸຍ. ພາບ: VNA.  

ກອງ​ບັນ​ຊາ​ການ​ທະ​ຫານ​ນະ​ຄອນ ເຫວ້ ພວມ​ລະ​ດົມ​ບັນ​ດາ​ກຳ​ລັງ​ພ້ອມ​ດ້ວຍ​​ບັນ​ດານັກ​ຮົບ​ເກົ່າ, ຜູ້​ເປັນ​ພະ​ຍານ​ປະ​ຫວັດ​ສາດ ແລະ ປະ​ຊາ​ຊົນ​ເຂົ້າ​ຮ່ວມ “ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຊອກ​ຫາ, ທ້​ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສ​ຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ”. ທ່ານ ຫງວຽນ​ວັນ​ແມ້ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ເຫວ້, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ 515 ນະ​ຄອນ ເຫວ້ ໃຫ້​ຮູ້​ວ່າ:

“ຢູ່​ເຂດ​ສະ​ຖາ​ນີ​ລົດ​ໄຟ ເຮືອງ​ຖຸຍ, ກອງກຳ​ລັງ​ພວມ​ຊອກ​ຫາ ແລະ ຈົກ​ໄດ້​ອັດ​ຖິ​ນັກ​ຮົບ 1 ​ອັດ​ຖິ. ບັນ​ດາ​ພະ​ຍານ​ສືບ​ຕໍ່​ສະ​ໜອງ​ຂ​ໍ້​ມູນ​ທີ່​ສຳ​ຄັນຫຼາຍ​ຢ່າງ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ກຳ​ນົດ​ບໍ​ລິ​ເວນ, ລະ​ດົມ​ກຳ​ລັງຫຼາຍ​ທີ່​ສຸດ​ເທົ່າ​ທີ່ຫຼາຍ​ໄດ້​ເພື່ອ​ສືບ​ຕໍ່​ຊອກ​ຫາ. ດ້ວຍ​ຄວາມ​ຮັບ​ຜິດ​ຊອບ ແລະ ນ້ຳ​ໃຈ​ທັງ​ໝົດ​, ຖ້​າ​ໄດ​້​ຮັບ​ຂໍ້​ມູນ​ເຖິງ​ຈະ​ນ້ອຍ​ທີ່​ສຸດ, ພວກ​ຂ້າ​ພະ​ເຈົ້າ​ກໍ​ຈະ​ຢັ້ງ​ຢືນ ແລະ ຊອກ​ຫາ​ເພື່ອ​ພາ​ພວກ​ອ້າຍ​ກັບ​ຄືນ​ເມ​ືອບ້ານ​ເກີດ​ເມືອງນອນ​ຂອງ​ຕົນ”.

ໃນ​ຂະ​ນະ​ນັ້ນ, ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ຮ່າ​ຕິງ ​ກໍ່ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ​ຜັນ​ຂະ​ຫຍາຍ​ການ​ເກັບເອົາ​ຕົວ​ຢ່າງ​ທາງຊີ​ວະ​ສາດ​ຢູ່​ບັນ​ດາ​ຂຸມ​ຝັງ​ສົບ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ທີ່​ຍັງ​ບໍ່​ທັນສາ​ມາດ​ຢັ້ງ​ຢືນ​ໄດ້​ຂໍ້​ມູນ​ໃນ​ບໍ​ລິ​ເວນ​ແຂວງ. ຈຸດ​ໃໝ່​ຂອງ​ບັ້ນ​ຜັນ​ຂະ​ຫຍາຍ​ຄັ້ງ​ນີ້ ແມ່ນ​ຂໍ້​ມູນ​ທັງ​ໝົດ​ກ່ຽວ​ກັບ​ຂຸມ​ຝັງ​ສົບ, ສະ​ພາ​ວະ​ຂອງ​ອັດ​ຖິ, ຮູບ​ພາບ ແລະ ບັນ​ດາ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ລ້ວນ​ແຕ່​ໄດ້​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່​ກັບ​ທີ່.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ເໜີຫຼາຍ​ການກຳ​ນົດ​ທິດ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ອາ​ເມ​ລິ​ກາ

ຫວຽດ​ນາມ ສະ​ເໜີຫຼາຍ​ການກຳ​ນົດ​ທິດ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ອາ​ເມ​ລິ​ກາ

ວັນ​ທີ 22 ກໍ​ລະ​ກົດ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ອາ​ເມ​ລິ​ກາ. ເຫດ​ການ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 (AMM – 59) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຢູ່ ຟີ​ລິບ​ປິນ.

Top