ຂ່າວສານ
ເປັນເຈົ້າການຮັບມືກັບພາຍຸ Saudel ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຢູ່ພາກກາງ ໂດຍດ່ວນ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ່ງດິ່ງຢຸງ ເປັນປະທານກອງປະຊຸມ ຜັນຂະຫຍາຍວິທີການຮັບມືກັບພາຍຸ Saudel (ພາບ: VGP)
ຕອນເຊົ້າວັນທີ 21 ຕຸລາ ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ່ງດິ່ງຢຸງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບອຸບັດຕິເຫດ, ໄພທຳມະຊາດ ແລະ ກູ້ໄພກູ້ຊີບ ໄດ້ເປັນປະທານກອງປະຊຸມ ຜັນຂະຫຍາຍວິທີການຮັບມືກັບພາຍຸ Saudel ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ກູ້ໄພກູ້ຊີບຢູ່ພາກກາງ ໂດຍດ່ວນ.
ຕາມສູນອຸຕຸນິຍົມ - ອຸທົກກະສາດ ແຫ່ງຊາດ ແລ້ວ, ຕອນເຊົ້າວັນທີ 21 ຕຸລາ, ພາຍຸ Saudel ໄດ້ເຄື່ອນໄປຮອດເຂດທະເລຕາເວັນອອກ ແລະ ຄາດວ່າຈະສົ່ງຜົນສະທ້ອນໂດຍກົງເຖິງເຂດດິນຕໍ່ແຜ່ນຫວຽດນາມ ແຕ່ຄ່ຳຄືນວັນທີ 24 ຕຸລາ ຫາ ວັນທີ 25 ຕຸລາ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຮຽກຮ້ອງວ່າ ໜ້າທີ່ສຳຄັນທີ່ສຸດແມ່ນຕ້ອງສຸມໃສ່ຊ່ວຍເຫຼືອ, ສະໜອງເຄື່ອງບັນເທົາທຸກ, ສະບຽງອາຫານ ແລະ ເຄື່ອງໃຊ້ສອຍທີ່ຈຳເປັນ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຄະນະຊີ້ນຳສູນກາງ ແລະ ຄະນະກຳມະການແຫ່ງຊາດ ກ່ຽວກັບການຮັບມືກັບອຸບັດຕິເຫດຈາກໄພທຳມະຊາດ ແລະ ກູ້ໄພກູ້ຊີບ, ອາດຈະສົ່ງເຮືອກາໂນ, ເຮືອບິນເອລີກອບເຕີ ເພື່ອກູ້ໄພກູ້ຊີບຢ່າງມີປະສິດທິຜົນ.
ກ່ຽວກັບການຮັບມືກັບພາຍຸ Saudel, ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ຮັບປະກັນຄວາມປອດໄພຢູ່ທະເລ ແລະ ເຂດດິນຕໍ່ແຜ່ນ, ສ້າງແຜນການຮັບມືກັບພາຍຸ, ຍົກຍ້າຍປະຊາຊົນໄປເຂດປອດໄພ ແລະ ກວດກາອ່າງເກັບນ້ຳທັງໝົດ./.
(ແຫຼ່ງຄັດຈາກ VOV)