• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຂອງ ພາ​ຍຸ ໄຕ້​ຝ​ຸ່ນ Noru

ຕອນເຊົ້າວັນທີ 27 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເປັນປະທານກອງປະຊຸມທາງໄກ ກັບ 8 ແຂວງພາກກາງ ແລະ ໄຕງວຽນກ່ຽວກັບວຽກງານຮັບມືກັບພາຍຸ Noru.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)  

ລາຍງານທີ່ກອງປະຊຸມ, ກົມໃຫຍ່ອຸຕຸນິຍົມອຸທົກກະສາດ ໃຫ້ຮູ້ວ່າ 4 ໂມງເຊົ້າຂອງວັນທີ 27 ກັນຍາ, ໃຈກາງພາຍຸ ຢູ່ຫ່າງຈາກແຄມທະເລບັນດາແຂວງເທື່ອທຽນເຫ້ວ - ບິ່ງດິງ ປະມານ 470 ກີໂລແມັດ ຢູ່ທາງທິດຕາເວັນອອກ ດ້ວຍແຮງລົມລະດັບ 14 ຫາ 16, ຄວາມໄວແຕ່ 20 ຫາ 25 ກີໂລແມັດ/ຊົ່ວໂມງ. ຄາດວ່າ ພາຍຸ Noru ແຮງທີ່ສຸດຢູ່ໃນລະດັບ 14 ແລະ 15 ໃນຕອນເຊົ້າຂອງວັນທີ 28 ກັນຍາ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ ບັນດາທ້ອງຖິ່ນກວດກາມຄືນໃໝ່ວຽກງານປ້ອງກັນ, ຕ້ານພາຍຸ ຍ້ອນວ່າ ພາຍຫຼັງພາຍຸຈະມັກເກີດສະພາບຄວາມດັນອາກາດຕ່ຳ, ຝົນຕົກໜັກ, ດິນເຊາະເຈື່ອນ; ຄົ້ນຄ້ວາ, ຕິດຕາມກວດກາ, ຮັບມືກັບພາຍຸ, ເປັນຕົ້ນແມ່ນບັນດາແຂວງພາກກາງ, ໄຕງວຽນ, ປົກປ້ອງຊີວິດອິນຊີ, ຊັບສິນຂອງປະຊາຊົນ, ເປັນຕົ້ນແມ່ນປະຊາຊົນທີ່ໄປຫາປາຢູ່ໄກຝັ່ງ.

“ສຸມໃສ່ສຳຫຼວດກວດກາການຍົກຍ້າຍປະຊາຊົນທີ່ດຳລົງຊີວິດຢູ່ເຂດອັນຕະລາຍ, ໂດຍສະເພາະແມ່ນຢູ່ເທິງກ່ຳປັ່ນເຮືອແພ, ບ່ອນທີ່ມີຄວາມສ່ຽງຖືກດິນເຊາະເຈື່ອນ, ນ້ຳຖ້ວມໃຫ້ໄປເຂດປອດໄພຢ່າງເດັດຂາດ. ການຍົກຍ້າຍປະຊາຊົນ, ໂດຍສະເພາະແມ່ນເຂດແຄມທະເລ ຕ້ອງສຸມໃສ່ປະຕິບັດໃຫ້ສຳເລັດໄວທີ່ສຸດເທົ່າທີ່ໄວໄດ້ ກ່ອນທີ່ພະຍຸພັດຖະຫຼົ່ມເຂົ້າເຂດດິນຕໍ່ແຜ່ນ.”

ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານພາຍຸ Noru, ບັນດາທ້ອງຖິ່ນທີ່ຖືກຜົນສະທ້ອນຈາກພາຍຸໄດ້ຮີບດ່ວນຍົກຍ້າຍບັນດາຄອບຄົວຢູ່ເຂດແຄມທະເລ, ຮຽກຮ້ອງກຳປັ່ນ ກັບຄືນບ່ອນພັກເຊົາທີ່ປອດໄພ… ປັດຈຸບັນບັນດາແຂວງ ນັບແຕ່ກ໋ວາງບິ່ງ ຈົນຮອດ ແຄ໊ງຮ່ວາ ໄດ້ປະກາດໃຊ້ຄຳສັ່ງຫ້າມອອກໄປທະເລ, ກ໋ວາງນາມໄດ້ຍົກຍ້າຍກ່ວາ 450 ຄອບຄົວປະຊາຊົນ ດ້ວຍປະຊາຊົນກ່ວາ 1000 ຄົນ, ນັກຮຽນທຸກໆຄົນຢູ່ເຂດຖືກຜົນສະທ້ອນຈາກພາຍຸ ຈະໄດ້ພັກແຕ່ວັນທີ 27 ແລະ 28 ກັນຍາ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top