ຂ່າວສານ
ເປັນຄັ້ງທຳອິດທີ່ ຫວຽດນາມ ຈັດສົ່ງນາຍທະຫານເຂົ້າຮ່ວມການຮັກສາສັນຕິພາບ ສປຊ ປະຈຳ ຢູ່ຄະນະປະຕິບັດງານ UNISFA

ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າກຸ່ມປະຕິບັດງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໃຫ້ຮູ້ວ່າ: UNISFA ແມ່ນຄະນະປະຕິບັດງານໃໝ່, ນີ້ແມ່ນຄັ້ງທຳອິດ ຫວຽດນາມ ຜັນຂະຫຍາຍກຳລັງນີ້ ຕາມຄຳເຊື້ອເຊີນຂອງ ສປຊ, ນີ້ກໍ່ແມ່ນຄະນະປະຕິບັດງານ ທີ່ໃນໄລຍະຈະມາເຖິງ, ຫວຽດນາມ ຈະຜັນຂະຫຍາຍ ກອງທະຫານຊ່າງແສງ, ເພາະສະນັ້ນ, ນາຍທະຫານ 7 ຄົນ ນອກຈາກການປະຕິບັດໜ້າທີ່ ໂດຍສປຊ ມອບໝາຍໃຫ້ ເປັນຢ່າງດີ, ແລ້ວຍັງຕ້ອງສ້າງການພົວພັນກັບຄະນະປະຕິບັດງານ, ທ້ອງຖິ່ນ ໃຫ້ເປັນຢ່າງດີເພື່ອໜູນຊ່ວຍໃຫ້ແກ່ກອງທະຫານຊ່າງແສງອີກດ້ວຍ. ທ່ານພົນໂທ ຮ່ວາງຊວັນຈຽນ ກໍ່ຫວັງວ່າ ບັນດານາຍທະຫານຈະສືບຕໍ່ຮັກສາມູນເຊື້ອ, ລະບຽບວິໄນ ຂອງກອງທັບ, ປະຕິບັດແນວທາງການຕ່າງປະເທດຂອງພັກ, ລັດ ຢ່າງເຂັ້ມງວດ, ເສີມຂະຫຍາຍຈິດໃຈສາມັກຄີກັນລວມໝູ່ຢ່າງສຸດຂີດ.
ໃນໂອກາດນີ້, ກະຊວງປ້ອງກັນປະເທດ ກໍ່ສະຫຼຸບການປະຕິບັດສຳເລັດອາຍຸການໃຫ້ແກ່ນາຍທະຫານຢູ່ຄະນະປະຕິບັດ ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ (UNMISS) ແລະ ສ.ອາຟຼິກກາກາງ (MINUSCA).
(ແຫຼ່ງຄັດຈາກ VOV)