• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດ ຫວຽດນາມ ມອບລາງວັນການແຂ່ງຂັນພາບຖ່າຍ ແລະ ວີດີໂອ ກ່ຽວກັບຫົວເລື່ອງສິດທິມະນຸດ

ພິທີໄຂການວາງສະແດງ ແລະ ປະກາດລາງວັນການແຂ່ງຂັນຈະໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 19 ທັນວາ, ຢູ່ ຮ່າໂນ້ຍ.
ການແຂ່ງຂັນພາບຖ່າຍ ແລະ ວີດີໂອກ່ຽວກັບຫົວເລື່ອງສິດທິມະນຸດຈະໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 19 ທັນວາ (ພາບ: baophapluat.vn)

ເປັນຄັ້ງທຳອິດ, ມີການແຂ່ງຂັນພາບຖ່າຍ ແລະ ວີດີໂອກ່ຽວກັບຫົວເລື່ອງສິດທິມະນຸດດ້ວຍຊື່ວ່າ “ຫວຽດນາມ ສັນຕິສຸກ ປີ 2023” ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຈັດຂຶ້ນ ຕາມຮູບແບບທາງໄກ ຜ່ານການໂຄສະນາຮູບແບບ ຫວຽດນາມ - https://vietnam.vn. ພິທີໄຂການວາງສະແດງ ແລະ ປະກາດລາງວັນການແຂ່ງຂັນຈະໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 19 ທັນວາ, ຢູ່ ຮ່າໂນ້ຍ. ພາຍຫຼັງປຸກລະດົມເປັນເວລາ 4 ເດືອນ (ແຕ່ເດືອນ ມິຖຸນາ - ຕຸລາ 2023), ການແຂ່ງຂັນໄດ້ດຶງດູດກວ່າ 7.000 ພາບຖ່າຍ ແລະ ວີດີໂອ ສົ່ງເຂົ້າມາຈາກບັນດາຜູ້ຖ່າຍຮູບຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ແຕ່ລະຜົນງານແມ່ນເລື່ອງລາວທີ່ດຶງດູດໃຈ ຫຼື ອາດຈະແມ່ນເລື່ອງລາວກ່ຽວກັບແງ່ມູນສັງເກດສະພາບຕົວຈິງກ່ຽວກັບການດຳລົງຊີວິດຍັງປະສົບກັບຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ, ແຕ່ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຄວາມສຸກ.

ການແຂ່ງຂັນເປັນສິ່ງພິສູດໃຫ້ເຫັນນະໂຍບາຍສະເໜີຕົ້ນສະເໜີປາຍຂອງ ຫວຽດນາມ ຕໍ່ວຽກງານເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ, ຖືປະຊາຊົນເປັນໃຈກາງ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ປະຊາຊົນເຂົ້າຮ່ວມ, ປະກອບສ່ວນ, ເສີມຂະຫຍາຍກຳລັງຄວາມສາມາດ, ພູມປັນຍາຂອງຕົນເຂົ້າໃນພາລະກິດສ້າງສາ, ພັດທະນາປະເທດ ຫວຽດນາມ. ພ້ອມທັງ, ສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ ສະແດງໃຫ້ເຫັນຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດ ຫວຽດນາມ ໃນການຖ່າຍຮູບ ແລະ ວີດີໂອ ໂຄສະນາພາບພົດປະເທດຊາດ ແລະ ຊາວ ຫວຽດນາມ ອອກສູ່ໂລກ.

(ແຫຼ່ງຄັດຈາກ VOV)

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ, ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

Top