• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດ ສປຊ ສະເຫຼີມສະຫຼອງວັນລະຫຼິ້ນສາກົນ ຕາມຂໍ້ລິເລີ່ມຂອງ ຫວຽດນາມ

ບັນດາຄຳເຫັນລ້ວນແຕ່ຕີລາຄາສູງຂໍ້ລິເລີ່ມທີ່ມີຄວາມໝາຍຢ່າງແທດຈິງຂອງ ຫວຽດນາມ ແລະ ບັນດາປະເທດກຸ່ມແກ່ນສານ, ຢືນຢັນບົດບາດສຳຄັນຂອງການລະຫຼິ້ນສຳລັບການພັດທະນາຂອງເດັກ
ທີ່ວາລະປຶກສາຫາລືຂັ້ນສູງ (ພາບ: TTXVN)

ວັນທີ 11 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ (ອາເມລິກາ), ຫວຽດນາມ ພ້ອມກັບບັນດາປະເທດກຸ່ມແກ່ນສານຊຸກຍູ້ມະຕິເລກທີ 78/268 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ເປັນຄັ້ງທຳອິດໄດ້ຈັດບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນລະຫຼິ້ິນສາກົນ 11 ມິຖຸນາ.

ທີ່ວາລະປຶກສາຫາລືຂັ້ນສູງໃນຂອບເຂດພິທີສະເຫຼີມສະຫຼອງ, ບັນດາຄຳເຫັນລ້ວນແຕ່ຕີລາຄາສູງຂໍ້ລິເລີ່ມທີ່ມີຄວາມໝາຍຢ່າງແທດຈິງຂອງ ຫວຽດນາມ ແລະ ບັນດາປະເທດກຸ່ມແກ່ນສານ, ຢືນຢັນບົດບາດສຳຄັນຂອງການລະຫຼິ້ນສຳລັບການພັດທະນາຂອງເດັກ, ກໍຄືຄວາມກ້າວໜ້າຂອງສັງຄົມໃນທົ່ວໂລກ. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ແລະ ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເຂົ້າຮ່ວມເຫດການ “ຮ່ຳຮຽນຜ່ານການລະຫຼິ້ນ” ດ້ວຍຖານະເປັນແຂກຖືກເຊີນພິເສດ, ພ້ອມກັບບັນດານັກຮຽນຂັ້ນອະນຸບານສາກົນສະຫະປະຊາຊາດ (UNIS) ຢູ່ ນິວຢອກ ເຂົ້າຮ່ວມບັນດາການເຄື່ອນໄຫວ “ການຫຼິ້ນເພື່ອຮຽນ”.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top