
ນັກກິລາຍິງປືນ ຮ່ວາງຊວນວີງ
ພາບ:thanhnien
ໃນມື້ທຳອິດແຫ່ງການແຂ່ງຂັນຂອງງານມະຫາກຳກິລາລະດູຮ້ອນ 2016 (Olympic 2016), ນັກກິລາຍິງປືນ ຮ່ວາງຊວນວີງ ໄດ້ຊ່ວຍໃຫ້ຄະນະກິລາຫວຽດນາມ ຍາດໄດ້ຫລຽນຄຳທຳອິດໃນປະຫວັດສາດ. ດ້ວຍຜົນງານ 202,5 ຄະແນນ ໃນການຍິງເປັນ 20 ຄັ້ງ ໃນວັນທີ 6/8, ນັກກິລາຍິງປືນ ຮ່ວາງຊວນວີງ ຍາດໄດ້ຫລຽນຄຳ ໃນປະເພດປືນລົມສັ້ນ 10 ເມັດເພດຊາຍ. ດ້ວຍ 202,5 ຄະແນນ, ນັກກິລາຍິງປືນ ຮ່ວາງຊວນວີງ ກໍໄດ້ສ້າງສະຖິຕິ Olympic. ທ່ານ ຫງວຽນງອກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນຄະນະກິລາຫວຽດນາມ ແລະ ນັກກິລາຍິງປືນ ຮ່ວາງຊວນວີງ.ພາບ:thanhnien
ດ້ວຍຜົນງານດັ່ງກ່າວ ນັກກິລາຍິງປືນ ຮ່ວາງຊວນວີງ ໄດ້ເຮັດໃຫ້ສື່ມວນຊົນສາກົນ ນິຍົມຊົມຍ້ອງ. ສຳນັກຂ່າວສານ Reuter, ຫນັງສືພິມ Daily Mail ຂອງອັງກິດ ລ້ວນແຕ່ລົງຂ່າວ ແລະ ບົດ ຍ້ອງຍໍ ນັກກິລາຍິງປືນ ຮ່ວາງຊວນວີງ ຂອງຫວຽດນາມ. ວິທະຍຸ NBC ຂອງອາເມລິກາ ຍ້ອງຍໍຜົນງານ ຂອງ ນັກກິລາຍິງປືນ ຮ່ວາງຊວນວີງ ທີ່ສ້າງຄວາມປະທັບໃຈ, ສຳນັກຂ່າວສານ CNN ຂອງອາເມລິກາ ກໍມີຄຳອວຍພອນ ນັກກິລາຍິງປືນ ຮ່ວາງຊວນວີງ ຜ່ານສື່ສັງຄົມອອນລາຍ Twitter.
(ແຫຼ່ງຄັດຈາກ VOV)