• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດເຄື່ອງເຟີນີເຈີໄມ້ ຫວຽດນາມ ເຂົ້າຮ່ວມສັບປະດາອອກແບບ Milan

ຮ້ານວາງສະແດງໄດ້ຄັດເລືອກ ແລະ ວາງສະແດງບັນດາຜະລິດຕະພັນຕົກແຕ່ງພາຍໃນເຮັດຈາກໄມ້ ແລະ ສິລະປະຫັດຖະກຳ ທີ່ເປັນເອກະລັກພິເສດມາຈາກວິສາຫະກິດ 35 ແຫ່ງຂອງ ຫວຽດນາມ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ (ພາບ: HAWA Vietnam)

ວັນທີ 18 ເມສາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ, ພ້ອມກັບພະນັກງານສະຖານທູດ ໄດ້ໄປຢ້ຽມຢາມຮ້ານວາງສະແດງແຫ່ງຊາດ Vietnam Pavilion ທີ່ເຂົ້າຮ່ວມສັບປະດາອອກແບບ Milan (Milan Design Week) ແລະ ພົບປະກັບຜູ້ຕາງໜ້າວິສາຫະກິດທີ່ມາຈາກຫຼາຍປະເທດ.

ຮ້ານວາງສະແດງແຫ່ງຊາດ Vietnam Pavilion, ຈັດໂດຍສູນສົ່ງເສີມການຄ້າ ແລະການລົງທຶນນະຄອນ ໂຮ່ຈີມິນ ແລະ ສະມາຄົມເຄື່ອງສິລະປະຫັດຖະກຳ ແລະ ປຸງແຕ່ງໄມ້ນະຄອນ ໂຮ່ຈີມິນ, ໄດ້ເປີດປະຕູຢ່າງເປັນທາງການຕ້ອນຮັບແຂກມາຢ້ຽມຊົມ, ແຕ່ວັນທີ 16 – 21 ເມສາ. ຮ້ານວາງສະແດງໄດ້ຄັດເລືອກ ແລະ ວາງສະແດງບັນດາຜະລິດຕະພັນຕົກແຕ່ງພາຍໃນເຮັດຈາກໄມ້ ແລະ ສິລະປະຫັດຖະກຳ ທີ່ເປັນເອກະລັກພິເສດມາຈາກວິສາຫະກິດ 35 ແຫ່ງຂອງ ຫວຽດນາມ. ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮຶງ ໄດ້ສົ່ງເສີມໃຫ້ບັນດາວິສາຫະກິດ ຫວຽດນາມ ຮ່ວມມືກັນເປັນຢ່າງດີກັບບັນດານັກຊື້ເຄື່ອງອອກແບບຢູ່ ອີຕາລີ ແລະ ເອີລົບ ເພື່ອແຊກຊຶມເຂົ້າຕະຫຼາດ ເອີລົບ, ກໍຄືບັນດາຕະຫຼາດອື່ນຢ່າງເລິກເຊິ່ງກວ່າ.

 ປະຈຸບັນ, ຫວຽດນາມ ແມ່ນປະເທດສົ່ງອອກເຄື່ອງຕົກແຕ່ງພາຍໃນທີ່ເຮັດຈາກໄມ້ໃຫຍ່ທີ 6 ໃນໂລກ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top