• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດທິມກິລາບານສົ່ງຍິງ ຫວຽດນາມ ເຂົ້າຮ່ວມງານແຂ່ງຂັນຊິງແຊັມໂລກຢູ່ ໄທ

ງານແຂ່ງຂັນດັ່ງກ່າວໂດຍມີການເຂົ້າຮ່ວມຂອງ 32 ທິມ, ແບ່ງປັນ 8 ສາຍ. ທິມກິລາບານສົ່ງ ຫວຽດນາມ ຖືກຈັດຢູ່ສາຍ G.
ນີ້ແມ່ນຄັ້ງທຳອິດທິມບານສົ່ງຍິງ ຫວຽດນາມ ໄດ້ແຂ່ງຂັນໃນເວທີແຂ່ງຂັນກິລາຂອງໂລກ (ພາບປະກອບ: AVC)

ວັນທີ 20 ສິງຫາ, ທິມບານສົ່ງຍິງ ຫວຽດນາມ ເດີນທາງໄປ ພູເກດ, ປະເທດ ໄທ ເພື່ອເຂົ້າຮ່ວມງານແຂ່ງຂັນຊິງແຊັມແຂ່ງຂັນບານສົ່ງໂລກ 2025 (FIVB Volleyball Women’s World Championship 2025), ຈັດຂຶ້ນແຕ່ວັນທີ 22 ສິງຫາ ຮອດວັນທີ 07 ກັນຍາ.

ງານແຂ່ງຂັນດັ່ງກ່າວໂດຍມີການເຂົ້າຮ່ວມຂອງ 32 ທິມ, ແບ່ງປັນ 8 ສາຍ. ທິມກິລາບານສົ່ງ ຫວຽດນາມ ຖືກຈັດຢູ່ສາຍ G, ພ້ອມກັບບັນດາທິມບານສົ່ງຂອງ: ໂປໂລຍ (ຢືນອັນດັບທີ 3 ໃນໂລກ), ເຢຍລະມັນ (ຢືນອັນດັບທີ 11 ຂອງໂລກ) ແລະ ແກນຢາ (ຢືນອັນກັບທີ 22 ຂອງໂລກ). ຕາມຕາຕະລາງການແຂ່ງຂັນ, ທິມກິລາ ຫວຽດນາມ ໄດ້ແຂ່ງຂັນກັບທິມ ໂປໂລຍ ໃນວັນທີ 23 ສິງຫາ, ແຂ່ງຂັນກັບ ເຢຍລະມັນ ໃນວັນທີ 25 ສິງຫາ ແລະ ແກນຢາ ໃນວັນທີ 27 ສິງຫາ.

ນີ້ແມ່ນຄັ້ງທຳອິດ ແລະ ກໍ່ແມ່ນໂອກາດເພື່ອໃຫ້ທິມບານສົ່ງຍິງ ຫວຽດນາມ ໄດ້ແຂ່ງຂັນໃນເວທີແຂ່ງຂັນກິລາຂອງໂລກ, ຜ່ານນັ້ນສະສົມປະສົບການ, ພັດທະນາວິຊາສະເພາະເພື່ອກະກຽມໃຫ້ແກ່ເປົ້າໝາຍໃຫຍ່ທ່ີສຸດໃນປີແມ່ນ SEA Games 33 ຈັດຂຶ້ນຢູ່ ໄທ ໃນເດືອນ ທັນວາ 2025.

(ແຫຼ່ງຄັດຈາກ VOV)

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ທ່ານ ເລ​ຮ່​ວາຍ​ຈຸງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ດ້ວຍ​ ​ບັນ​ດາ​ເປົ້າ​ໝາຍ​ທີ່​ວາງ​ອອກ​ບັນ​ລຸ​ໄດ້​ລະ​ດັບ​ສູງ.

Top