• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດືອນ​ກໍ​ລະ​ກົດ 2020, ເສດ​ຖະ​ກິດ​ຫວຽດ​ນາມ​ສືບ​ຕໍ່​ຟື້ນຕົວ

ຕາມບົດລາຍງານອັບເດດກ່ຽວກັບເສດຖະກິດມະຫາພາກຫວຽດນາມ ໃນເດືອນ ກໍລະກົດ ປີ 2020 ໂດຍທະນາຄານໂລກ (WB) ປະຈຳຫວຽດນາມປະກາດໃນວັນທີ 11 ສິງຫາ ໄດ້ຕີລາຄາວ່າ ເສດຖະກິດຫວຽດນາມ ສືບຕໍ່ຟື້ນຕົວດ້ວຍປະລິມານ ການປະດິດສ້າງ, ປຸງແຕ່ງ ແລະ ລາຍຮັບຂາຍຍ່ອຍພາຍໃນປະເທດ ເພີ່ມຂຶ້ນຕາມລຳດັບແມ່ນ 2,1% ແລະ 4,6% (ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້).

ພາບປະກອບ: TTXVN 

ການສົ່ງອອກຂອງຫວຽດນາມຍັງຄົງເປັນປົກກະຕິ (ເທົ່າກັບເດືອນ ກໍລະກົດ ປີ 2019), ໄດ້ສະແດງໃຫ້ກຳລັງຄວາມສາມາດໃນການຮັບມືທີ່ດີກ່ວາການຄາດຄະເນໃນສະພາບການສາກົນພວມຊັກຊ້າ, ຕົ້ນຕໍແມ່ນຍ້ອນມີການປະກອບສ່ວນຂອງບັນດາວິສາຫະກິດພາຍໃນປະເທດ, ໃນຂະນະທີ່ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດຫຼຸດລົງພຽງປະມານ 7%ໃນ 7 ເດືອນ ທີ່ຜ່ານມາ.

      WB ໃຫ້ຂໍ້ສັງເກດວ່າ ໃນໄລຍະຈະມາເຖິງ, ການປະກົດມີກໍລະນີຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ ພ້ອມກັບບັນດາມາດຕະການຈຳກັດໃໝ່, ຈະສົ່ງຜົນກະທົບຕໍ່ວິວັດການຟື້ນຟູເສດຖະກິດ. ເຖິງຢ່າງໃດກໍ່ຕາມ, ບັນດາຜົນກະທົບຫຍໍ້ທໍ້ຂອງມັນໄດ້ຫຼຸດລົງໜ້ອຍໜຶ່ງຍ້ອນ ລັດຖະບານໄດ້ ແລະ ພວມມານະພະຍາຍາມຍູ້ໄວການຜັນຂະຫຍາຍໂຄງການລົງທຶນສາທາລະນະ, ເປັນຕົ້ນແມ່ນຢູ່ບັນດາທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top