• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດືອນມະນຸດສະທໍາປີ 2020: ມຸ່ງໄປສູ່ການການເບິ່ງແຍງດູແລສຸຂະພາບຂອງວົງຄະນະຍາດ

      ບັນດາການເຄື່ອນໄຫວດັ່ງກ່າວ ກໍເພື່ອແນໃສ່ຕອບສະໜອງຫົວຂໍ້ຂອງວັນສະພາກາແດງ ແລະ ຊິກວົງເດືອນແດງສາກົນປີ 2020 ທີ່ວ່າ ເຖິງວ່າທ່ານແມ່ນໃຜກໍຕາມ, ເມື່ອທ່ານຕ້ອງການ - ພວກເຮົາມີໜ້າ”.

ຕາງໜ້າບໍລິສັດຫຸ້ນສ່ວນ ຝູຖ໊າຍ ມອບຂອງຂວັນຈໍານວນ 1.000 ພຸຸດໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ
ໂດຍຜ່ານສະພາກາແດງນະຄອນຮ່າໂນ້ຍ (ພາບ: TTXVN)
              “ຮ່ວມແຮງຮ່ວມໃຈເພື່ອສຸຂະພາບຂອງວົງຄະນະຍາດ” ແມ່ນຫົວຂໍ້ຂອງເດືອນມະນຸດສະທໍາປີີ 2020. ວັນທີ 27 ເມສາ, ສູນກາງສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ: ເດືອນມະນຸດສະທໍາປີ 2020 ຈະດໍາເນີນໃນລະຫວ່າງວັນທີ 01 – 31 ພຶດສະພາ, ເຊິ່ງຈຸດເນັ້ນໜັກແມ່ນແຕ່ວັນທີ 8 ພຶດສະພາ (ວັນສະພາກາແດງ ແລະ ຊິກວົງເດືອນແດງສາກົນ) ຫາວັນທີ 19 ພຶດສະພາ (ເຊິ່ງເປັນວັນຄ້າຍວັນເກີດປະທານໂຮ່ຈີມິນ - ຜູ້ສ້າງຕັ້ງ ແລະ ກໍເປັນປະທານກຽດຕິມະສັກຄົນທໍາອິດຂອງສະພາກາແດງຫວຽດນາມ) ຈະໄດ້ຜັນຂະຫຍາຍໃນທົ່ວປະເທດ. ເດືອນມະນຸດສະທໍາປີ 2020 ເພື່ອແນໃສ່ຮຽກຮ້ອງທົ່ວສັງຄົມຮ່ວມແຮງຮ່ວມໃຈເບິ່ງແຍງດູແລສຸຂະພາບຂອງວົງຄະນະຍາດ; ປະຊາຄົມແຕ່ລະຄົນຕ້ອງເອົາໃຈໃສ່ເຖິງການເບິ່ງແຍງດູແລ, ຮັກສາສຸຂະພາບຂອງຕົນ, ຂອງສະມາຊິກໃນຄອບຄົວ ແລະ ສັງຄົມ, ມຸ່ງໄປສູ່ປະຊາຄົມເຂັ້ມແຂງ, ຍູ້ໂລກລະບາດໃຫ້ຖອຍໄປ; ປຸກລຸກນໍ້າໃຈເມດຕາປານີຂອງປະຊາຊົນທຸກຊັ້ນວັນນະ ແລະ ຄວາມຮັບຜິດຊອບຂອງປະຊາຄົມໃນວຽກງານມະນຸດສະທໍາ ແລະ ການເຄື່ອນໄຫວກາແດງ... ບັນດາການເຄື່ອນໄຫວດັ່ງກ່າວ ກໍເພື່ອແນໃສ່ຕອບສະໜອງຫົວຂໍ້ຂອງວັນສະພາກາແດງ ແລະ ຊິກວົງເດືອນແດງສາກົນປີ 2020 ທີ່ວ່າ “ເຖິງວ່າທ່ານແມ່ນໃຜກໍຕາມ, ເມື່ອທ່ານຕ້ອງການ - ພວກເຮົາມີໜ້າ”.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top