• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດັກຍິງທຳອິດເກີດຢູ່ໂຮງໝໍກາງສະໜາມຂັ້ນ 2.4 ຂຶ້ນກັບຄະນະປະຕິບັດງານຊູດັງໃຕ້

ການຜ່າຕັດໄດ້ປະຕິບັດໂດຍໄວ ແລະ ບັນລຸຜົນສຳເລັດດ້ວຍດີ. ເດັກຍິງມີນຳໜັກ 3,5 ກີໂລກຣາມ.
  ການຜ່າຕັດໄດ້ປະຕິບັດໂດຍໄວ ແລະ ບັນລຸຜົນສຳເລັດ (ພາບ: sggp.org.vn)  

ວັນທີ 16 ມັງກອນ, ຈາກ ຊູດັງໃຕ້, ບັນດາທ່ານໝໍຂອງໂຮງໝໍກາງສະໜາມຂັ້ນ 2.4 ຫວຽດນາມ ໃຫ້ຮູ້ວ່າ, ໄດ້ປະຕິບັດການຜ່າຕັດສຸກເສີນໃຫ້ແມ່ ແລະ ເດັກຍິງທຳອິດທີ່ໄດ້ເກີດ ຢູ່ໂຮງໝໍຂອງຄະນະປະຕິບັດງານ.

ເຖິງວ່າປະສົບກັບຄວາມຫຍຸ້ງຍາກດ້ານເຄື່ອງອຸປະກອນສະເພາະຂະແໜງກໍ່ຕາມ ແຕ່ດ້ວຍລະດັບວິຊາສະເພາະສູງຂອງບັນດາທ່ານໝໍກາງສະໜາມຂັ້ນ 2.4, ການຜ່າຕັດໄດ້ປະຕິບັດໂດຍໄວ ແລະ ບັນລຸຜົນສຳເລັດດ້ວຍດີ. ເດັກຍິງມີນຳໜັກ 3,5 ກີໂລກຣາມ.

ໂຮງໝໍກາງສະໜາມຂັ້ນ 2.4 ໄດ້ຮັບການຕີລາຄາສູງຈາກກອງບັນຊາການດ້ານການແພດກ່ຽວກັບການບົ່ງມະຕິໄວ, ຊັດເຈນ, ຕັດສິນໃຈຜ່າຕັດດ້ວຍຄວາມປອດໄພ, ເບິ່ງແຍງ ແລະ ໜູນຊ່ວຍແມ່ ແລະ ເດັກເປັນຢ່າງດີ. ກອງບັນຊາການຖານທີ່ໝັ້ນ, ຜູ້ບັນຊາການບັນດາອົງການໄດ້ມາສະແດງຄວາມຍິນດີນຳຜູ້ເປັນແມ່ ແລະ ທິມຜ່າຕັດຂອງໂຮງໝໍກາງສະໜາມຂັ້ນ 2.4.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ປັດຊະຍາຂອງການວາງແຜນກຳນົດແມ່ນຖືມະນຸດເປັນໃຈກາງ, ເຈົ້າຂອງ; ຕົວເມືອງແຫ່ງຄວາມຮັ່ງມີ, ສີວິໄລ, ຄວາມຈະເລີນຮຸ່ງເຮືອງ, ສີສັນ, ທັນສະໄໝ ແລະ ວິໄສທັດ 100 ປີ.

Top