• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື້ອພະຍາດໄວຣັດ nCoV: ຈຳນວນຜູ້ຕິດເຊື້ອຢູ່ຈີນ ເພີ່ມຂຶ້ນກວ່າ 30.000 ກໍລະນີ

      ມີຜູ້ຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (nCoV) 3.143 ກໍລະນີ ແລະ ມີ 73 ກໍລະນີເສຍຊີວິດຢູ່ 31 ແຂວງ, ນະຄອນໃນທົ່ວປະເທດຈີນ ໃນວັນທີ 06 ກຸມພາ.

ຜູ້ຕິດເຊື້ອຢູ່ຈີນ ເພີ່ມຂຶ້ນກວ່າ 30.000 ກໍລະນີ
(ພາບປະກອບ: AFP)
      ຕອນເຊົ້າວັນທີ 07 ກຸມພາ, ວົງການເຈົ້າໜ້າທີ່ສາທາລະນະສຸກຈີນ ແຈ້ງໃຫ້ຊາບວ່າ, ໄດ້ມີຜູ້ຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (nCoV) 3.143 ກໍລະນີ ແລະ ມີ 73 ກໍລະນີເສຍຊີວິດຢູ່ 31 ແຂວງ, ນະຄອນໃນທົ່ວປະເທດຈີນ ໃນວັນທີ 06 ກຸມພາ.
          ແລະກໍ່ໃນຕອນເຊົ້າວັນທີ 07 ກຸມພາ, ການາດາ ໄດ້ຢັ້ງຢືນວ່າ ບັນດາພົນລະເມືອງການາດາ ທຳອິດໄດ້ກັບເມືອປະເທດຈາກນະຄອນ ອູ່ຫັ້ນ, ແຂວງ ຮູເປີ່ຍ.
          ໃນເຫດການທີ່ກ່ຽວຂ້ອງ, ອົງການອະນາໄມໂລກ (WHO) ພວມສ້າງແຜນການຮຽກໂຮມຈັດເວທີປາໄສຄົ້ນຄວ້າ ແລະ ປ່ຽນແປງໃໝ່ທົ່ວໂລກ ເພື່ອແນໃສ່ປຸກລະດົມການກະທຳຂອງສາກົນເພື່ອຮັບມືກັບເຊື້ອໄວຣັດ nCoV. ເວທີປາໄສດັ່ງກ່າວຈະໄດ້ດຳເນີນໃນລະຫວ່າງວັນທີ 11 – 12 ກຸມພາ, ຢູ່ເຊີແນວ, ປະເທດສະວິດ.
          ວັນທີ 06 ກຸມພາ, ວົງການເຈົ້າໜ້າທີ່ການທູດສ.ເກົາຫຼີ  ແລະ ຍີ່ປຸ່ນ ໄດ້ມີການພົບປະເຫັນດີຮ່ວມມືກັນມານະພະຍາຍາມຕ້ານເຊື້ອໄວຣັດ nCoV. ທີ່ການພົບປະ, 2 ຝ່າຍໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນການແລກປ່ຽນຂໍ້ມູນຂ່າວສານຢ່າງລຽນຕິດກ່ຽວກັບບັນດາມາດຕະການເພື່ອຮັບມືກັບເຊື້ອໄວຣັດ nCoV.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ພັກ​ກອມ​ມູ​ນິດ ຫວຽດນາມ - ຈາ​ກກອງ​ປະ​ຊຸມ​ໃຫຍ່​ຮອດກອງ​ປະ​ຊຸມ​ໃຫຍ່

ບັນດາເອກະສານ, ພາບຖ່າຍ, ວັດຖຸອຸປະກອນທີ່ເກັບຮັກສາຢ່າງລະມັດລະວັງ ໄດ້ວາດພາບຄືນວິວັດການກຳເນີດ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ ຢ່າງມີຊີວິດຊີວາ.

Top