ວັນທີ 30 ທັນວາ, ຢູ່ ຮ່າໂນ້ຍ, ສະຖານທູດ ອິນເດຍ ປະຈຳ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາປະຕິສຳພັນການທ່ອງທ່ຽວ ອິນເດຍ.
ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ຮັບຮູ້ລະດັບເຕີບໂຕທີ່ປະທັບໃຈຂອງຕະຫຼາດແຂກທ່ອງທ່ຽວ ອິນເດຍ, ດ້ວຍຈຳນວນ 507.000 ເທື່ອຄົນໃນປີ 2024, ເກືອບ 656.000 ເທື່ອຄົນໃນ 11 ເດືອນຂອງປີ 2025. ຫວຽດນາມ ໄດ້ຮັບຕີລາຄາວ່າແມ່ນຈຸດນັດພົບທີ່ເໝາະສົມດ້ວຍຫຼາຍຮູບແບບການທ່ອງທ່ຽວ, ຄື: ທ່ອງທ່ຽວແຕ່ງງານ, ຜັກຜ່ອນຕາກອາກາດ, MICE… ພື້ນຖານໂຄງລ່າງ ແລະ ການບໍລິການຂອງ ຫວຽດນາມ ນັບມື້ນັບໄດ້ຮັບການຮັບຮູ້ຈາກຕະຫຼາດ ອິນເດຍ, ໃນນັ້ນມີຮ້ານອາຫານ ອິນເດຍ ຫຼາຍຮ້າຍຢູ່ ຮ່າໂນ້ຍ, ຮະລອງ (ກວາງນິງ), ດ່ານັ້ງ, ແຄງຮ່ວາ, ນະຄອນ ໂຮ່ຈິມິນ…, ເຊິ່ງໄດ້ປະກອບສ່ວນເພີ່ມກຳລັງດຶງດູດສຳລັບແຂກທ່ອງທ່ຽວ ອິນເດຍ.
ໃນອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານ Tshering W. Sherpa, ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ປາດຖະໜາຢາກເພີ່ມທະວີການແລກປ່ຽນກັບວິສາຫະກິດທ່ອງທ່ຽວ ຫວຽດນາມ - ບັນດາ “ທູດເຊື່ອມຕໍ່ການທ່ອງທ່ຽວ” ລະຫວ່າງ 2 ປະເທດ ເພື່ອພ້ອມກັນຊອກຫາມາດຕະການແກ້ໄຂເພື່ອພັດທະນາການທ່ອງທ່ຽວ.







