• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ

ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງເພື່ອເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່ເຊັ່ນ: ພະລັງງານ, ການພັດທະນາແບບຍືນຍົງ. ຫວຽດນາມຢືນຢັນບັນດາທັດສະນະ
ກອງປະຊຸມຂັ້ນລົດຖະມົນຕີ ຄັ້ງທີ 17 ກ່ຽວກັບການເຊື່ອມຕໍ່ເສດຖະກິດ ຫວຽດນາມ-ສິງກະໂປ

ຕອນບ່າຍວັນທີ 27 ສິງຫາ, ທີ່ ຮ່າໂນຍ, ໄດ້ຈັດກອງປະຊຸມຂັ້ນລົດຖະມົນຕີ ຄັ້ງທີ 17 ກ່ຽວກັບການເຊື່ອມຕໍ່ເສດຖະກິດ ຫວຽດນາມ-ສິງກະໂປ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງຽນ ຈີ້ ຊຸ໋ງ ແລະ ລັດຖະມົນຕີຜູ້ທີສອງ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີ ກະຊວງຊັບພະຍາກອນມະນຸດ ສິງກະໂປ, ທ່ານ ຕານ ຊີ ເລັງ.

ກອງປະຊຸມຄັ້ງນີ້,ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງເພື່ອເປີດກ້ວາງການຮ່ວມມືໃນບັນດາຂົງເຂດໃໝ່ເຊັ່ນ: ພະລັງງານ, ການພັດທະນາແບບຍືນຍົງ. ຫວຽດນາມຢືນຢັນບັນດາທັດສະນະ ແລະ ຄວາມສົນໃຈຂອງຕົນຕໍ່ກັບການຮ່ວມມືກັບ ສິງກະໂປ ແມ່ນແນໃສ່ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫ່ວາງສອງປະເທດມີຄວາມເລິກເຊິ່ງຍິ່ງຂື້ນ. ຫວຽດນາມ ສົ່ງເສີມໃຫ້ບັນດາວິສາຫະກິດ ສິງກະໂປ ຍົກອອກບັນດາຂໍ້ສະເໜີກ່ຽວກັບການຮ່ວມມືໃໝ່ໆ ແລະ ເພີ່ມທະວີການລົງທຶນຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top