• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື່ອມຕໍ່ຮ່ວມມືພັດທະນາການທ່ອງທ່ຽວນະຄອນໂຮ່ຈີມິນ ແລະ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

ໂຄງການເຊື່ອມຕໍ່ການຮ່ວມມືພັດທະນາການທ່ອງທ່ຽວນະຄອນໂຮ່ຈີມິນ ກັບ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ປຸກລະດົມ “ການເປີດປະຕູທ່ອງທ່ຽວຄືນໃໝ່ໃນເງື່ອນໄຂປົກກະຕິໃໝ່” ໄດ້ດຳເນີນໃນວັນທີ 18 ມີນາຢູ່ນະຄອນ ບາກລຽວ, ແຂວງ ບາກລຽວ.
  ພາບປະກອບ: TTXVN  

 ກ່າວຄຳເຫັນທີກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ດ່ວານວັນວຽດ ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ແລະ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ກຳນົດຈຸດສຸມຂົງເຂດ ເຊື່ອມຕໍ່ການຮ່ວມມື ແລະ ລົງນາມຂໍ້ກຳນົດ, ຂໍ້ຕົກລົງຮ່ວມມລະຫວ່າງເຂດ. ນີ້ແມ່ນພື້ນຖານສຳຄັນ ເພື່ອໃຫ້ບັນດາທ້ອງຖິ່ນຍູ້ແຮງຜັນຂະຫຍາຍການເຄື່ອນໄຫວເລີ່ມຕົ້ນການທ່ອງທ່ຽວຄືນໃໝ່ໃຫ້ແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ. ໃນໂອກາດນີ້, ນະຄອນໂຮ່ຈີມິນ ແລະ 13 ແຂວງ, ຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມໄດ້ລົງນາມການຮ່ວມມືພັດທະນາການທ່ອງທ່ຽວ ແລະ ປຸກລະດົມ “ການເປີດປະຕູທ່ອງທ່ຽວຄືນໃໝ່ໃນເງື່ອນໄຂປົກກະຕິໃໝ່”.


(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top