• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູສິລະປະຟ້ອນ ແຊ່ວຂອງຊົນເຜົ່າຜູ້ໄທ - ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ

ໄລຍະຈະມາເຖິງ, ແຂວງ ສຸມໃສ່ນຳ ແຊ່ວຂອງຊົນເຜົ່າຜູ້ໄທ ກາຍເປັນຈຸດພົ້ນເດັ່ນໃຫ້ບັນດາສະຖານທີ່ທ່ອງທ່ຽວ, ຮັບໃຊ້ການທ່ອງທ່ຽວວົງຄະນະຍາດ, ສ້າງບັນຍາກາດດຳເນີນຊີວິດວັດທະນະທຳວົງຄະນະຍາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ໄລຍະຈະມາເຖິງ, ແຂວງ ສຸມໃສ່ນຳ ແຊ່ວຂອງຊົນເຜົ່າຜູ້ໄທ ກາຍເປັນຈຸດພົ້ນເດັ່ນໃຫ້ບັນດາສະຖານທີ່ທ່ອງທ່ຽວ, ຮັບໃຊ້ການທ່ອງທ່ຽວວົງຄະນະຍາດ, ສ້າງບັນຍາກາດດຳເນີນຊີວິດວັດທະນະທຳວົງຄະນະຍາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

    

ລາຍການຈັດຂຶ້ນຢູ່ສະໜາມຫຼວງ ໄຕບັກ, ນະຄອນເຊີນລາ, ແຂວງເຊີນລາ

ຕອນຄ່ຳວັນທີ 17 ກັນຍາ, ຢູ່ສະໜາມຫຼວງ ໄຕບັກ, ນະຄອນເຊີນລາ, ແຂວງເຊີນລາ ໄດ້ຈັດລາຍການເຊີດຊູສິລະປະຟ້ອນ ແຊ່ວຂອງຊົນເຜົ່່າຜູ້ໄທ ໄດ້ຮັບການເຊີດຊູຈາກອົງການ ສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNSECO) ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ. ທີ່ພິທີເຊີດຊູ, ຜ່ານສຽງດົນຕີ, ສຽງເພງ, ບັນດາວາດຟ້ອນ ແຊ່ວ ທີ່ອ່ອນໂຍນ, ບັນດານັກສິລະປະການພື້ນເມືອງຊົນເຜົ່າຜູ້ໄທ, ນັກຟ້ອນທັງຍິງ ແລະ ຊາຍ ໄດ້ເຮັດໃຫ້ວາດຟ້ອນແຊ່ວ ຄືດັ່ງມີຊີວິດຊີວາກ່ວາ, ເພີ່ມຊີວິດໃຫ້ບັນດາຄຸນຄ່າທີ່ເປັນມູນເຊື້ອ, ສີສັນຊົນເຜົ່າ, ຜ່ານນັ້ນເຊີດຊູຄຸນຄ່າວັດທະນະທຳທີ່ຍອດຍິ່ງຂອງປະຊາຊົນເຜົ່າຜູ້ໄທ ເຂດໄຕບັກ.

ທີ່ລາຍການ, ທ່ານນາງຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ຈ໊າງທິຊວັນ ເນັ້ນໜັກວ່າ: ສິລະປະຟ້ອນແຊ່ວຂອງຊົນເຜົ່າຜູ້ໄທ ໂດຍໄດ້ຮັບການຮັບຮອງຈາກອົງການ UNESCO ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ຕາງໜ້າໃຫ້ມວນມະນຸດແມ່ນຄວາມເອກອ້າງທະນົງໃຈບໍ່ພຽງແຕ່ຂອງປະຊາຄົມຊົນເຜົ່າຜູ້ໄທເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນເຜົ່າຕ່າງໆຂອງແຂວງ ເຊີນລາ ອີກດ້ວຍ. ໄລຍະຈະມາເຖິງ, ແຂວງ ສຸມໃສ່ນຳ ແຊ່ວຂອງຊົນເຜົ່າຜູ້ໄທ ກາຍເປັນຈຸດພົ້ນເດັ່ນໃຫ້ບັນດາສະຖານທີ່ທ່ອງທ່ຽວ, ຮັບໃຊ້ການທ່ອງທ່ຽວວົງຄະນະຍາດ, ສ້າງບັນຍາກາດດຳເນີນຊີວິດວັດທະນະທຳວົງຄະນະຍາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ກາດ​ການ​ວາງແຜນ​​ຜັງ ແລະ ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ແຂວງ ກ່າ​ເມົາ

ຮອດປີ 2030, ກາເມົາ ຈະກາຍເປັນແຂວງພັດທະນາດີພໍສົມຄວນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມີລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝເທື່ອລະກ້າວ.

Top