• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນ

ຄະນະຈັດຕັ້ງໄດ້ມອບໃບຢັ້ງຢືນໃຫ້ 10 ບຸກຄົນດີເດັ່ນທີ່ໄດ້ຮັບການຍ້ອງຍໍເປັນ “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2023.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ, ນະຄອນ ຮ່າໂນ້ຍ ໄດ້ຈັດກອງປະຊຸມຍ້ອງຍໍຊົມເຊີຍແບບຢ່າງທີີ່ກ້າວໜ້າ, ວຽກດີຄົນເດັ່ນ; ເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນປີ 2023 ແລະ ປຸກລະດົມການແຂ່ງຂັນມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2024).

ທີ່ເຫດການ, ຄະນະຈັດຕັ້ງໄດ້ມອບໃບຢັ້ງຢືນໃຫ້ 10 ບຸກຄົນດີເດັ່ນທີ່ໄດ້ຮັບການຍ້ອງຍໍເປັນ “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2023. ພ້ອມນັ້ນ, ຄະນະຈັດຕັ້ງກໍ່ໄດ້ມອບນາມມະຍົດ “ວຽກດີຄົນເດັ່ນ” ໃຫ້ແກ່ກ່ວາ 800 ແບບຢ່າງດີເດັ່ນຂອງນະຄອນຫຼວງ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

“ບັນດາບຸກຄົນບັນລຸໄດ້ນາມມະຍົດ “ວຽກດີ, ຄົນເດັ່ນ”, “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2023 ທີ່ໄດ້ຮັບການຍ້ອງຍໍຊົມເຊີຍທີ່ກອງປະຊຸມນີ້ີ້ແມ່ນບັນດາດອກໄມ້ທີ່ສວຍງາມ, ໄດ້ຮັບຄວາມຮັກແພງ, ເຄົາລົບນັບຖືຈາກທຸກຄົນ. ຂ້າພະເຈົົ້າເຊື່ອໝັ້ນວ່າ, ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາບຸກຄົນທີ່ຍາດໄດ້ນາມມະຍົດນີ້ ຈະນັບມື້ນັບພັດທະນາ, ມີກຳລັງແຜ່ຂະຫຍາຍຢ່າງເລິກເຊິ່ງ, ກ້ວາງຂວາງ, ປະກອບສ່ວນລະດົມກຳລັງໃຈ, ປຸກລະດົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຮ່າໂນ້ຍ ບືນຕົວຂຶ້ນຢ່າງແຮງເພື່ອສ້າງຫຼາຍຜົນງານດີເດັ່ນ, ສ້າງເປັນສວນດອກໄມ້ “ວຽກດີ, ຄົນເດັ່ນ” ຂອງນະຄອນຫຼວງ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ”.

ນັກກິລາບານເຕະຍິງ ຟ້າມຫາຍອ໋ຽນ

ບັນດາແບບຢ່າງທີ່ໄດ້ຮັບການເຊີດຊູແມ່ນບຸກຄົນທີ່ມີວິວັດການອຸທິດສ່ວນທີ່ໝັ້ນຄົງຍາວນານ, ໄດ້ຮັບການຢັ້ງຢືນດ້ວຍບັນດາຜົນງານພົ້ນເດັ່ນ, ປະກອບສ່ວນສ້າງນະຄອນຫຼວງຢ່າງຮອບດ້ານ. ພົ້ນເດັ່ນແມ່ນນັກກິລາເຕະບານຍິງ ຟ້າມຫາຍອ໋ຽນ, ຜູ້ມີການປະກອບສ່ວນດີເດັ່ນໃຫ້ແກ່ທິມບານເຕະຍິງ ຮ່າໂນ້ຍ ແລະ ທິມບານເຕະຍິງແຫ່ງຊາດ ຫວຽດນາມ. ນັກກິລາບານເຕະຍິງ ຟ້າມຫາຍອ໋ຽນ ເປີດເຜີຍວ່າ:

ເມື່ອໄດ້ຮັບການຍ້ອງຍໍເປັນພົນລະເມືອງນະຄອນຫຼວງທີ່ດີເດັ່ນ, ຂ້າພະເຈົ້າຮູ້ສຶກເປັນກຽດ, ເອກອ້າງທະນົງໃຈຍ້ອນພາຍຫຼັງການອຸທິດສ່ວນຂອງຕົນໃຫ້ແກ່ກິລາ ຮ່າໂນ້ຍ ກໍ່ໄດ້ຮັບການຢັ້ງຢືນ ແລະ ມີຜົນງານທີ່ເໝາະສົມ. ຂ້າພະເຈົ້າຄິດວ່າ ໃນອະນາຄົດຕ້ອງເປັນແບບຢ່າງກວ່າໃນການຝຶກແອບກໍ່ຄືການແຂ່ງຂັນ, ສ້າງກຳລັງໜູນໃຫ້ແກ່ພວກນ້ອງໄວໜຸ່ມ ເພື່ອຮ່ຳຮຽນປະຕິບັດຕາມ ເພື່ອໃຫ້ຂະແໜງກິລາ ຮ່າໂນ້ຍ ນັບມື້ນັບພັດທະນາກ່ວາອີກ”.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຖະຫວາຍທູບທຽນຢູ່ພະລາຊະວັງ ທັງລອງ ແລະ ຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຖະຫວາຍທູບທຽນຢູ່ພະລາຊະວັງ ທັງລອງ ແລະ ຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67

ທ່ານເລຂາທິການໃຫຍ່ ໂຕເລິມ ພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ.

Top