• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຈື່ອງຊາ ຍາມໃດກໍ່ຝັງເລິກໃນດວງໃຈຂອງຊາວ ຫວຽດນາມ ແຕ່ລະຄົນ

ເມືອງເກາະ ເຈື່ອງຊາ ແຂວງ ແຄງຮ່ວາ ແມ່ນສະຖານທີ່ຊື່ງຊາວຫວຽດນາມຫລາຍໆຄົນປາດຖະຫນາຢາກໄດ້ມາຢ້ຽມຢາມຄັ້ງຫນຶ່ງ. ໃນຊຸມມື້ທ້າຍເດືອນພຶດສະພາຜ່ານມາ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມໄດ້ມີການໄປປະຕິບັດງານຢ້ຽມຢາມເມືອງເກາະ ແລະ ບັນທຶກຄວາມຮູ້ສຶກ, ອາລົມຈິດຄວາມຮັກແພງພິເສດຂອງບັນດາສະມາຊິກໃນຄະນະປະຕິບັດງານທີ່ສະຫງວນໃຫ້ເຈື່ອງຊາ, ເຂດດິນທີ່ສັກກະລະບູຊາຂອງປະເທດຊາດຊື່ງຕັ້ງຢູ່ກາງທະເລທີ່ຫ່າງໄກ.
ນັກສິລະປິນຖ່າຍຮູບເຢືອງທິແອງ ຖ່າຍຮູບກັບນັກຮົບຢູ່ເກາະ ຊິງໂຕນດົງ. ພາບ: ເຢືອງທິແອງ
ນັກສິລະປິນຖ່າຍຮູບເຢືອງທິແອງ ຊື່ງແມ່ນສະມາຊິກໃນຄະນະໄປປະຕິບັດງານຢູ່ ເຈື່ອງຊາ ໄດ້ແບ່ງປັນວ່າຫລາຍປີຜ່ານມາເອື້ອຍໄດ້ຮູ້ຈັກເຖິງເຈື່ອງຊາຜ່ານປື້ມ, ຫນັງສືພິມ… ໃນໃຈຕົວເອງ, ເຈື່ອງຊາແມ່ນສັກກະລະບູຊາແລະເອື້ອຍມີຄວາມໄຝ່ຝັນຢາກໄດ້ໄປຢ້ຽມຢາມເກາະແຫ່ງນີ້ຄັ້ງຫນຶ່ງ.

“ເມື່ອໄດ້ຮູ້ຂ່າວວ່າຂ້າພະເຈົ້າໄດ້ໄປ ເຈື່ອງຊາໃນວັນທີ 26 ເມສາ. ນັບແຕ່ນັ້ນຂ້າພະເຈົ້າກໍ່ໄດ້ກະກຽມດ້ານຈິດໃຈທີ່ດີທີ່ສຸດໃຫ້ຕົນເອງເພື່ອເດີນທາງ. ເມື່ອໄດ້ຮັບຂ່າວຂ້າພະເຈົ້າມີຄວາມຕື້ນຕັນໃຈຫລາຍແລະຢາກອວດໃຫ້ທຸກຄົນຮູ້ຂ່າວດີນັ້ນ. ເມື່ອໄປຮອດເກາະຈຶ່ງເຫັນວ່າເຈື່ອງຊາແມ່ນຍອດຢ້ຽມແທ້ຈິງ. ທຸກຄົນລ້ວນແຕ່ຮູ້ໄດ້ວ່າປະເທດຊາດຫວຽດນາມຢູ່ບ່ອນໃດກໍ່ມີຄວາມສັກກະລະບູຊາ”.

ໂດຍເດີນທາງເກືອບ 1.000 ກິໂລແມັດ ເພື່ອໄປຫາ ເຈື່ອງຊາ, ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກຍ້ອນຄື້ນທະເລ, ລົມແຮງກໍ່ຕາມ ແຕ່ເມື່ອກຳປັ່ນໄປຮອດເກາະ, ຄວາມອິດເມື່ອຍເກືອບຄືວ່າຈາງຫາຍໄປເລີຍ ແທນທີ່ນັ້ນແມ່ນຢາກໄດ້ພົບປະກັບຜູ້ທີ່ພວມຜ່ານຜ່າຄວາມຫຍຸ້ງຍາກເພື່ອປົກປັກຮັກສາເຂດທະເລໝູ່ເກາະຂອງປະເທດຊາດ. ນັກຂ່າວ ເລທູຮັ່ງ, ສັງກັດ ຫນັງສືພິມ ວິສາຫະກິດ ແລະ ການເຊື່ອມໂຍງ ແບ່ງປັນວ່າ: ໄດ້ໄປຢ້ຽມຢາມ ເຈື່ອງຊາ ແມ່ນໂອກາດໄດ້ຄົ້ນຫາປະເທດຊາດ, ມີເອກະສານຕື່ມອີກເພື່ອຮັບໃຊ້ວຽກງານ ແລະ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບພາລະກິດແຫ່ງການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ.

“ກ່ອນອອກເດີນທາງ, ຂ້າພະເຈົ້າໄດ້ກະກຽມບັນດາຂອງຂວັນເລັກນ້ອຍເພື່ອມອບໃຫ້ພະນັກງານ, ນັກຮົບແລະປະຊາຊົນຢູ່ເມືອງເກາະ. ຂ້າພະເຈົ້າກໍ່ແມ່ນຊາວຫວຽດນາມເມື່ອໄດ້ມາຢ້ຽມຢາມເຂດດິນທີ່ສັກກະລະບູຊາຂອງປະເທດຊາດ, ແມ່ນນຳເອົາຈິດໃຈສະຫງ່າອົງອາດຂອງຊາດ, ນຳເອົາຄວາມຮັກແພງປະເທດຊາດຂອງຕົນ.. ເພື່ອເມື່ອກັບຄືນເມືອເຂດດິນຕໍ່ແຜ່ນຈະສາມາດແຜ່ຂະຫຍາຍຈິດໃຈຊາດ, ຄວາມເອກອ້າງທະນົງໃຈເມື່ອໄດ້ໄປຫາເຈື່ອງຊາ”.

ນັກຂ່າວ ເລທູຮັ່ງ ມອບຂອງຂວັນໃຫ້ແກ່ນັກຮົບຢູ່ເກາະ ດາໄຕບີ. ພາບ: ທູຮັ່ງ.

ສຳລັບເອື້ອຍຮວ່າງທິງອກກວຽນ, ຜູ້ອຳນວຍການບໍລິສັດການຄ້າແລະໃຫ້ຄຳປຶກສາພັດທະນາເຕັກໂນໂລຊີ DNA ຈຳກັດແລ້ວ, ເຈື່ອງຊາແມ່ນຄວາມຝັນທີ່ເອື້ອຍໄດ້ປາດຖະຫນາຢາກໄປຢ້ຽມຢາມກ່ອນນີ້ 15 ປີແລະປະຈຸບັນໄດ້ປະກົດຜົນເປັນຈິງແລ້ວ. ເອື້ອຍແບ່ງປັນວ່າຍ້ອນວຽກງານມີລັກສະນະພິເສດສະນັ້ນພຽງແຕ່ມີນັກເຕັກນິກ, ລັດຖະກອນຂອງບໍລິສັດໄປຢ້ຽມຢາມເກາະຫລືໄປຢ້ຽມຢາມເຮືອນຍາມ. ວາທີຮ້ອຍຕີ, ນັກຮ້ອງມິງງອັກສັງກັດໂຮງລະຄອນກອງທັບແບ່ງປັນວ່າ:

“ຂ້າພະເຈົ້າໄດ້ໄປຖະຫວາຍທູບທຽນຢູ່ພິທີອາໄລຫາບັນດານັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດຢູ່ກາກມາ, ຂ້າພະເຈົ້າມີຄວາມຕື້ນຕັນໃຈຫລາຍຈົນນ້ຳຕາໄຫລອອກມາ. ເມື່ອປ່ອຍນົກເຈ້ຍ, ດອກໄມ້ສົ່ງເຖິງພວກອ້າຍທີ່ໄດ້ເສຍສະຫລະຊີວິດເພື່ອຊາດຂ້າພະເຈົ້າມີຄວາມຮູ້ສຶກຮູ້ບຸນຄຸນອັນລົ້ນເຫລືອຕໍ່ເຂົາເຈົ້າ. ນີ້ແມ່ນຄັ້ງທຳອິດໃນພາລະກິດແຫ່ງການເປັນນັກຮ້ອງຂອງຕົນ, ຂ້າພະເຈົ້າໄດ້ສະແດງຢູ່ເທິງກຳປັ່ນ, ຢູ່ບັນດາເກາະທີ່ຕັ້ງໃນກາງທະເລຫ່າງໄກຂອງປະເທດຊາດ. ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫລາຍ”.

ໃນຄະນະໄປປະຕິບັດງານເລກທີ 21 ຢ້ຽມຢາມ ເຈື່ອງຊາ ຄັ້ງນີ້, ມີ ເອື້ອຍ ຈ້ຽວທິບິ່ງ ຊາວຊົນເຜົ່າຢ້າວ ມາຈາກເມືອງພູດອຍ ລຸກອຽນ ແຂວງ ອຽນບາຍ, ເອື້ອຍ ຈ້ຽວທິບິ່ງ ແບ່ງປັນວ່າ ນີ້ແມ່ນການໄປປະຕິບັດງານພິເສດໃນຊີວິດຂອງເອຶ້ອຍ.

 “ຂ້າພະເຈົ້າຮູ້ສຶກຕື້ນຕັ້ໍນໃຈຫລາຍເມື່ອໄດ້ໄປຢ້ຽມຢາມບັນດາໝູ່ເກາະ. ຄວາມຮູ້ສຶກແມ່ນບໍ່ອາດພັນລະນາໄດ້. ບັນດານັກຮົບຢູ່ເກາະຍັງປະສົບກັບຄວາມຫຍຸ້ງຍາກລຳບາກຫລາຍແຕ່ເຂົາເຈົ້າລ້ວນແຕ່ມີຈິດໃຈທີ່ເຂັ້ມແຂງແຮງກ້າ, ອຸ່ນອ່ຽນໃຈເພື່ອປົກປັກຮັກສາເຂດທະເລໝູ່ເກາະຂອງປະເທດຊາດ. ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບຢູ່ທີ່ນີ້”.

ສຳລັບຫລາຍຄົນແລ້ວ, ການເດີນທາງໄປປະຕິບັດງານ ແລະ ຢ້ຽມຢາມເຈື່ອງຊາອາດຈະແມ່ນເທື່ອດຽວໃນຊີວິດຂອງຕົນແຕ່ການຄວາມຮູ້ສຶກຂອງເຂົາເຈົ້າແມ່ນຝັງເລິກໃນໃຈຕະຫລອດການ. ເຈື່ອງຊາ ປະຈຸບັນບໍ່ແມ່ນຫ່າງໄກອີກແລ້ວ... ຫາກຍາມໃດກໍ່ຢູ່ໃນໃຈຂອງຊາວຫວຽດນາມແຕ່ລະຄົນຕະຫລອດໄປ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top