• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂົ້າ​ສານ​ຫວຽດ​ນາມ 60 ໂຕນງວດ​ທຳ​ອິດ ໄດ້ສົ່ງ​ອອກ​ຂາຍ​ໃຫ້​ ອັງ​ກິດ ຕາມ​ສັນ​ຍາ UKVFTA

ເຂົ້າສານຫອມຂອງ ຫວຽດນາມ ມີຄຸນນະພາບສູງ, ເມື່ອນຳເຂົ້າຕະຫຼາດ ອັງກິດ ຈະໄດ້ຍົກເວັ້ນພາສີ, ນີ້ແມ່ນສິ່ງທີ່ເຮັດໃຫ້ເຂົ້າສານ ຫວຽດນາມ ມີກຳລັງແກ້ງແຍ້ງທີ່ດີກວ່າເມື່ອທຽບໃສ່ປະເທດອື່ນໆ ທີ່ສົ່ງອອກເຂົ້າສານຫອມໄປຍັງ ອັງກິດ. 
ການຫຸ້ມຫໍ່ເຂົ້າກ່ອນສົ່ງອອກ (ພາບ: TTXVN)

ເຂົ້າສານຫອມງວດທຳອິດຂອງ ຫວຽດນາມ ໄດ້ສົ່ງອອກຂາຍໃຫ້ຕະຫຼາດ ອັງກິດ ຕາມສັນຍາການຄ້າເສລີ ອັງກິດ - ຫວຽດນາມ (UKVFTA) ແລະ ໄດ້ວາງຂາຍໃນຕະຫຼາດ ລອນດອນໃນວັນທີ 26 ມັງກອນ. ປັດຈຸບັນ, ອັງກິດ ພວມຈັດວາງອັດຕາພາສີນຳເຂົ້າເຂົ້າສານຫອມຂອງ ຫວຽດນາມ (Jasmin) ດ້ວຍອັດຕາ 17,4%, ເຖິງຢ່າງໃດກໍຕາມ, ຕາມສັນຍາ UKVFTA ແລ້ວ, ເຂົ້າສານຫອມຂອງ ຫວຽດນາມ ມີຄຸນນະພາບສູງ, ເມື່ອນຳເຂົ້າຕະຫຼາດ ອັງກິດ ຈະໄດ້ຍົກເວັ້ນພາສີ, ນີ້ແມ່ນສິ່ງທີ່ເຮັດໃຫ້ເຂົ້າສານ ຫວຽດນາມ ມີກຳລັງແກ້ງແຍ້ງທີ່ດີກວ່າເມື່ອທຽບໃສ່ປະເທດອື່ນໆ ທີ່ສົ່ງອອກເຂົ້າສານຫອມໄປຍັງ ອັງກິດ. ຕາມທ່ານ ຫງວຽນແກ໋ງເກື່ອງ ທູດການຄ້າ ຫວຽດນາມ ປະຈຳ ອັງກິດ ແລ້ວ, ຍ້ອນມີ ສັນຍາ UKVFTA, ສະນັ້ນ, ການສົ່ງອອກເຂົ້າສານຫອມຂອງ ຫວຽດນາມ ທີ່ມີຄຸນນະພາບສູງ ໄປຍັງຕະຫຼາດ ອັງກິດ ໃນປີ 2021 ຈະເພີ່ມຂຶ້ນຢ່າງແຮງ.
(ແຫຼ່ງຄັດຈາກ VOV)

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top