• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດອະນຸສອນສະຖານປະທານໂຮ່ຈີມິນ ບ້ານຊຽງວາງ, ປະເທດລາວ - ແຫ່ງເກັບຮັກສາຂີດໝາຍກ່ຽວກັບນ້ຳໃຈສາມັກຄີຫວຽດນາມ - ລາວ

      ເຂດອະນຸສອນສະຖານປະທານໂຮ່ຈີມິນ ບ້ານຊຽງວາງ, ແຂວງ ຄຳມ່ວນ, ປະເທດສປປລາວ, ໄດ້ຮັບການກໍ່ສ້າງຢູ່ແຄມຝັ່ງແມ່ນ້ຳຂອງ. ຢູ່ແຫ່ງນີ້ໄດ້ເກັບຮັກສາບັນດາພາບຖ່າຍ, ວັດຖຸພັນໃນວິວັດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ໄວ້, ຢູ່ເຂດດິນແດນ ຊຽງວາງ ນີ້.
ຕາມບັນດານັກຄົ້ນຄວ້າແລ້ວ, ປະມານເດືອນ 07 ປີ 1928, ທ່ານປະທານໂຮ່ຈິມິນ ໄດ້ໄປບາງຮາກຖານຢູ່ປະເທດໄທ ຢ່າງປິດລັບ ເພື່ອໂຄສະນາ, ອົບຮົມ ແລະ ສ້າງກຳລັງປະຕິວັດ. ໃນໄລຍະອາເຄື່ອນໄຫວຢູ່ໄທ ເປັນເວລາ 16 ເດືອນ, ລຸ່ງໂຮ່ ໄດ້ຂີ່ເຮືອຂ້າມແມ່ນ້ຳຂອງ ໄປແຂວງຄຳມ່ວນ, ປະເທດລາວ. ໄປຮອດບ້ານ ຊຽງວາງ, ເພິ່ນ ໄດ້ພົບປະກັບພໍ່ແມ່ພີ່ນ້ອງຊາວລາວ ແລະ ຊາວຫວຽດນາມ ທີ່ດຳລົງຊີວິດຢູ່ແຫ່ງນີ້. ໂອ້ລົມກັບພໍ່ແມ່ພີ່ນ້ອງ, ລຸ່ງໄດ້ບອກສອນຊາວລາວ ແລະ ຫວຽດນາມ ຈົ່ງສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະ ກັນ, ຮ່ວມແຮງຮ່ວມໃຈກັນຕີພວກລ່າເມືອງຂຶ້ນຝລັ່ງ ໃຫ້ອອກໄປຈາກແຜ່ນດິນລາວ ແລະ ຫວຽດນາມ, ປົດປ່ອຍ 2 ປະເທດໃຫ້ຫຼຸດພົ້ນອອກຈາກແອກຂ້າຂາດ.
        ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຮັບຮູ້ບັນດາການອຸທິດສ່ວນອັນໃຫຍ່ຫຼວງຂອງ ເພິ່ນ, ພັກ, ລັດ ແລະ ປະຊາຊົນ 2 ປະເທດໄດ້ລົງທຶນກໍ່ສ້າງເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານ ຊຽງວາງ, ດ້ວຍເນື້ອທີ່ກວ້າງ 1,6 ເຮັກຕາ. ສິ່ງພິເສດນັ້ນແມ່ນ, ດິນທີ່ກໍ່ສ້າງເຂດອະນຸສອນນີ້ແມ່ນປະຊາຊົນທ້ອງຖິ່ນ, ທັງຊາວລາວ ແລະ ຫວຽດນາມ ນັບສິບໆຄອບຄົວໄດ້ມອບໃຫ້ດ້ວຍຄວາມສະໝັກໃຈ. ກິດຈະກຳໄດ້ຮັບການກໍ່ສ້າງສຳເລັດ ແລະ ເປີດປະຕູຮັບແຂກກົງກັບໂອກາດສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ (19 ພຶດສະພາ 2012). ນັບແຕ່ເມື່ອໄດ້ຮັບການກໍ່ສ້າງສຳເລັດມາຮອດປະຈຸບັນ, ໃນແຕ່ລະວັນ, ໄດ້ມີຄະນະນັກທ່ອງທ່ຽວຢູ່ທ້ອງຖິ່ນ ແລະ ຫວຽດນາມ ໄປຢ້ຽມຢາມຫຼາຍຄະນະ.
        ບາງພາບຖ່າຍກ່ຽວກັບເຂດວາງສະແດງພາບຖ່າຍ ແລະ ວັດຖຸບັນຂອງປະທານໂຮ່ຈີມິນ ຢູ່ແຫ່ງນີ້:

ເຂດອະນຸສອນສະຖານປະທານໂຮ່ຈີມິນ ບ້ານຊຽງວາງ, ແຂວງ ຄຳມ່ວນ
(ພາບຈາກອີນເຕີແນັດ)



ຢູ່ປະຕູທາງເຂົ້າຊັ້ນ 2, ເຂດອະນຸສອນສະຖານປະທານໂຮ່ຈີມິນ ມີທຸງຫວຽດນາມ - ລາວ, ພາບຖ່າຍລຸ່ງໂຮ່ ຕ້ອນຮັບປະທານ ໄກສອນ ພົມວິຫານ ພ້ອມກັບກອງທອງຂອງຫວຽດນາມ.


ແຂກມາຢ້ຽມຊົມ, ຮັບຊົມການແນະນຳລວມກ່ຽວກັບຄວາມສາມັກຄີລະຫວ່າງ 2 ປະເທດຜ່ານໂທລະພາບ.


ຢູ່ທີ່ນີ້ຍັງໄດ້ວາງສະແດງພາບຖ່າຍບ້ານເກີດເມືອງນອນຂອງເພິ່ນ ຢູ່ເມືອງ ນາມດ່ານ, ແຂວງເງະອານ.


ແຜນທີການເຄື່ອນໄຫວຊອກຫາເສັ້ນທາງກູ້ຊາດຂອງເພິ່ນ ນັບແຕ່ປີ 1911 ຫາປີ 1941.

ພາບຖ່າຍກ່ຳປັ່ນເຊິ່ງເພິ່ນ ໄດ້ຂີ່ໄປຊອກຫາເສັ້ນທາງກູ້ຊາດຈາກທ່າກ່ຳປັ່ນ ຍ່າຣົ່ງ.


ພາບຖ່າຍບາງແຜ່ນຂອງເພິ່ນ ເມື່ອກັບຄືນມາປະເທດ




ພາບຖ່າຍປະທານໂຮ່ຈີມີນ ອ່ານຖະແຫຼງການປະກາດເອກະລາດຢູ່ສະໜາມຫຼວງ ບາດິ່ງ, ໃນວັນທີ 02 ກັນຍາ 1945.


ບັນດາການເຄື່ອນໄຫວການທູດ, ການເຄື່ອນໄຫວມິດຕະພາບຂອງປະທານໂຮ່ຈີມິນ.













ພິໄນກຳຂອງປະທານໂຮ່ຈີມິນ


ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ເຂົ້າຮ່ວມພິທີໄວ້ອາໄລປະທານໂຮ່ຈີມິນ ຢູ່ເຂດປົດປ່ອຍລາວ ເມື່ອປີ 1969.






ບັນດາວັດຖຸພັນຂອງປະທານໂຮ່ຈີມິນ ໄດ້ເກັບຮັກສາໄວ້ຢ່າງເປັນລະບຽບຢູ່ເຂດອະນຸສອນສະຖານແຫ່ງນີ້.


ພາບຖ່າຍອະນຸສາວະລີທະຫານອາສາສະໝັກຫວຽດນາມ ຢູ່ແຂວງ ຊຽງຂວາງ, ພ້ອມກັບເອກະສານ ແລະ ພາບຖ່າຍອື່ນ








ເຂດອະນຸສອນສະຖານ, ຍັງວາງສະແດງພາບຖ່າຍຫຼາຍແຜ່ນກ່ຽວກັບບັນດາການຢ້ຽມຢາມລະຫວ່າງການນຳຂັ້ນສູງ
2 ປະເທດຫວຽດນາມ - ລາວ.

 
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top