• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດຕຳຫລວດທະເລເລກ 1 ຈັດຕັ້ງ “ບຸນເຕັດທະເລໝູ່ເກາະ” ແລະ ປະຕິບັດໂຄງການ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ”

ວັນທີ 13 ມັງກອນ, ກອງບັນຊາການເຂດຕຳຫລວດທະເລເລກ 1 ໄດ້ສົມທົບກັບເມືອງ ໂກໂຕ (ແຂວງ ກວາງນິງ) ຈັດຕັ້ງລາຍການ “ບຸນເຕັດທະເລໝູ່ເກາະ” ຕ້ອນຮັບປີໃໝ່ປີຊວດ 2020 ແລະ ປະຕິບັດລາຍການ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ” ຢູ່ເມືອງ ໂກໂຕ.

ເຂດຕຳຫລວດທະເລ 1 ຈັດຕັ້ງ “ບຸນເຕັດທະເລໝູ່ເກາະ” ແລະ ປະຕິບັດໂຄງການ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ”

ຄະນະປະຕິບັດງານຂອງກອງບັນຊາການເຂດຕຳຫລວດທະເລເລດ 1 ໄດ້ອວຍພອນບຸນເຕັດຄະນະກຳມະການປະຊາຊົນເມືອງ ໂກໂຕ. ພັນໂທ ຫງວຽນຫືວຢູ, ຮອງຫົວໜ້າການເມືອງ, ກອງບັນຊາການເຂດຕຳຫລວດທະເລເລກ 1 ໃຫ້ຮູ້ວ່າ:

             “ຜ່ານລາຍການ, ພວກຂ້າພະເຈົ້າໄດ້ມີໂອກາດສຳຜັດ, ແບ່ງປັນຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງ, ກໍ່ຄືປຸກລະດົມກຳລັງໃຈຊາວປະມົງເນື່ອງໃນໂອກາດບຸນເຕັດ  ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມເຊື່ອໝັ້ນ, ມີກຳລັງໃຈ, ອຸ່ນອ່ຽນໃຈໃນການອອກທະເລຫາປາ, ຕັ້ງໜ້າເຂົ້າຮ່ວມປົກປັກຮັກສາອະທິປະໄຕ, ພິເສດແມ່ນໜ້າທີ່ສົມທົບກັບກຳລັງຕຳຫລວດທະເລໃນການຕໍ່ສູ້, ຮັກສາອະທິປະໄຕອັນສັກກາລະບູຊາຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top