• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກີດເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ: ຄວາມເສຍຫາຍສືບຕໍ່ເພີ່ມຂຶ້ນ

ຕາມແຈ້ງການຂອງເຈົ້າໜ້າທີ່ຍີ່ປຸ່ນແລ້ວ, ຮອດຕອນທ່ຽງວັນທີ 2 ມັງກອນ (ຕາມເວລາທ້ອງຖິ່ນ), ຢ່າງໜ້ອຍສຸດມີ 30 ຄົນເສຍຊີວິດ ພາຍຫຼັງເຫດແຜ່ນດິນໄຫວເຮັດໃຫ້ແຫຼມ Noto ຂຶ້ນກັບແຂວງ Ishikawa
ພາບປະກອບ

ຕາມແຈ້ງຂ່າວໃນວັນທີ 2 ມັງກອນ, ຂອງບັນດາເຈົ້າໜ້າທີ່ຍີ່ປຸ່ນ ແລ້ວ, ຄວາມເສຍຫາຍຍ້ອນເຫດແຜ່ນດິນໄຫວເກີດຂຶ້ນໃນວັນທີ 1 ມັງກອນ ຢູ່ປະເທດນີ້ແມ່ນ ໃຫຍ່ຫຼວງທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມເສຍຫາຍກໍ່ອາດຈະຫລຸດລົງສ່ວນໃດສ່ວນໜຶ່ງຍ້ອນລະບົບເຕືອນໄພໄວ ເຊິ່ງຍີ່ປຸ່ນ ສືບຕໍ່ປັບປຸງໃນຫຼາຍປີຜ່ານມາ.

ຕາມແຈ້ງການຂອງເຈົ້າໜ້າທີ່ຍີ່ປຸ່ນແລ້ວ, ຮອດຕອນທ່ຽງວັນທີ 2 ມັງກອນ (ຕາມເວລາທ້ອງຖິ່ນ), ຢ່າງໜ້ອຍສຸດມີ 30 ຄົນເສຍຊີວິດ ພາຍຫຼັງເຫດແຜ່ນດິນໄຫວເຮັດໃຫ້ແຫຼມ Noto ຂຶ້ນກັບແຂວງ Ishikawa ແລະ ບັນດາເຂດແຄມທະເລຢູ່ພາກກາງປະເທດນີ້ສັ່ນສະເທືອນໃນວັນທີ 1 ມັງກອນ. ນອກຈາກເຫດແຜ່ນດິນໄຫວມີຄວາມແຮງ 7,6 ຣິດເຕີ, ພ້ອມກັບ ສະພາບສັ່ນສະເທືອນ 155 ຄັ້ງ, ໄດ້ເຮັດໃຫ້ເຮືອນຊານ ຫຼາຍຫຼັງ ຖືກພັງທະລາຍ ແລະ ກໍ່ໃຫ້ເກີດເຫດອັກຄີໄພຢູ່ນະຄອນ Wajima ຂຶ້ນກັບແຂວງ Ishikawa. ລະບົບຄົມມະນາຄົມທາງບົກຖືກທຳລາຍ, ໃນຂະນະທີ່ຫຼາຍກ່ວາ 33.000 ຄອບຄົວບໍ່ມີໄຟຟ້າ ແລະ ນ້ຳໃຊ້ໃນຊີວິດປະຈຳວັນ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top