• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້​ຍ​ໄຂ​ຖະ​ໜົນ ປຶ້ມ​ລະ​ດູ​ບານ​ໃໝ່​ປີ​ຊວດ

ວັນທີ 27 ມັງກອນ, ກົງກັບວັນທີ 3 ບຸນເຕັດ, ຄະນະກຳມະການປະຊາຊົນ ເມືອງ ຮ່ວານກຽມ ເປັນເຈົ້າພາບ ໄດ້ສົມທົບກັບພະແນກ ຖະແໜງຂ່າວ ແລະ ການສື່ສານ ຮ່າໂນ້ຍ ຈັດຂຶ້ນ ຈະໄຂຖະໜົນປຶ້ມລະດູບານໃໝ່ ປີຊວດ, ຕາແສງ ເຈິ່ນຮຶງດ້າວ, ເມືອງ ຮ່ວານກຽມ.

ພິທີໄຂຖະໜົນ ປຶ້ມລະດູບານໃໝ່ປີຊວດ 2020 (ພາບ: 
TTXVN)

ນີ້ແມ່ນເຫດການເປີດສາກບັນດາການເຄື່ອນໄຫວວັດທະນະທຳການອ່ານໃນປີ 2020 ຢູ່ຮ່າໂນ້ຍ, ຄາດວ່າ ຈະແມ່ນບໍລິເວນແຫ່ງວັດທະນະທຳ, ພູນປັນຍາທີ່ພົ້ນເດັ່ນຢູ່ນະຄອນຫຼວງ ເນື່ອງໂນໂອກາດບຸນເຕັດນີ້.

        ຖະໜົນປຶ້ມ ລະດູບານໃໝ່ ມີ ຮ້ານສະແດງ ແລະ ວາງຂາຍປຶ້ມ ຂອງບັນດາສຳນັກພິມຈຳໜ່າຍ, ບັນດາບໍລິສັດ ແລະ ບັນດາຮ້ານວາງສະແດງ ແລະ ຂາຍບັນດາຜະລິດຕະພັນ ວັດທະນະທຳ ວັນບຸນເຕັດກ່ວາ 20 ຮ້ານ. ສິ່ງທີ່ເຮັດໃຫ້ຖະໜົນປຶ້ມ ລະດູບານໃໝ່ ແຕກຕ່າງກັນກັບບັນດາບໍລິເວນທ່ອງທ່ຽວລະດູບານໃໝ່ແຫ່ງຕ່າງໆ ຢູ່ ຮ່າໂນ້ຍ ແມ່ນບັນດາການເຄື່ອນໄຫວຢູ່ທີ່ນີ້ ລ້ວນແຕ່ກ່ຽວຂ້ອງເຖິງປຶ້ມ ແລະ ເລື່ອງລາວພັດທະນາ ວັດທະນະທຳ ການອ່ານ.

        ຄຽງຄູ່ກັບການວາງສະແດງ, ແນະນຳປຶ້ມ, ຖະໜົນປຶ້ມຍັງຈັດຕັ້ງບັນດາການພົວພັນແລກປ່ຽນ, ໂອ້ລົມສົນທະນາ, ແນະນຳປຶ້ມ ແລະ ວັດທະນະທຳການອ່ານ. ຖະໜົນປຶ້ມ ລະດູບານໃໝ່ ປີຊວດ 2020 ໄດ້ເລີ່ມຕົ້ນຮັບໃຊ້ຜູ້ອ່ານແຕ່ ວັນທີ 27 ມັງກອນ ຮອດ ວັນທີ 3 ກັນຍາ 2020 ຈຶ່ງຈະອັດລົງ.

 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top