• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ ​ເລີ່​ມລົງມື​ກໍ່ສ້າງ​ໂຄງການ​ຮັບ​ໃຊ້​ໃຫ້​ແກ່​ປີ ຫວຽດນາມ ​ເປັນ​ປະທານໝູນວຽນ ອາຊຽນ ປີ 2020 ​ແລະ Seagame 31

ຕອນເຊົ້າວັນທີ 28 ທັນວາ, ຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີລົງມືກໍ່ສ້າງ ໄລຍະ 2 ຂອງໂຄງການກໍ່ສ້າງຂົວຂ້າມ ຢູ່ຈຸດຕັດລະຫວ່າງ ທາງ ອານເຢືອງ ກັບ ແທັງນຽນ.

ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ   ກ່າວຄໍາເຫັນທີ່ພິທີ 

ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນດຶກຈູງ ປະທານຄະນະກໍາມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ໄລຍະທີ 2 ຂອງໂຄງການດັ່ງກ່າວ ແມ່ນເສັ້ນທາງເຊື່ອມຕໍ່ທ່າອາກາດສະຍານສາກົນ ໂນ້ຍບາຍ ກັບ ໃຈກາງນະຄອນຮ່າໂນ້ຍ ເພື່ອຮັບໃຊ້ປີຫວຽດນາມ ເປັນປະທານໝູນວຽນ ອາຊຽນ ປີ 2020 ແລະ Seagame 31 ໄດ້ຢ່າງທັນການ.

        ໂຄງການດັ່ງກ່າວ ໂດຍຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງກິດຈະກໍາຄົມມະນາຄົມນະຄອນຮ່າໂນ້ຍ ເປັນເຈົ້າຂອງລົງທຶນ, ໂດຍມີຍອດເງິນລົງທຶນທັງໝົດ ແມ່ນ ເກືອບ 816 ຕື້ ດົງ ເຊິ່ງແມ່ນແຫຼ່ງເງິນຈາກງົບປະມານຂອງນະຄອນ.

 (ແຫຼ່ງຄັດຈາກ VOV)
 

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top