• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ແລະ ມົດສະກູເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ໃນຂອບເຂດບັນດາການເຄື່ອນໄຫວຢູ່ນອກການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ນັ້ນ, ວັນທີ 25 ພຶດສະພາ, ທ່ານຫງວຽນດຶກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ພົບປະ ແລະ ເຮັດວຽກກັບທ່ານ Sergey Sobyanin ເຈົ້າຄອງນະຄອນມົດສະກູ.


ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຜູ້ຕາງໜ້າຮ່າໂນ້ຍ-ມົດສະກູ

(ພາບ: TTXVN )

ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງນະຄອນຫຼວງຮ່າໂນ້ຍ-ມົດສະກູ ໄລຍະ 2019-2021. ພາຍຫຼັງພິທີລົງນາມ, ສອງຝ່າຍໄດ້ດຳເນີນການພົບປະເຈລະຈາເພື່ອແລກປ່ຽນ ແລະ ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນລະອຽດຂອງໂຄງການຮ່ວມມືລະຫວ່າງສອງນະຄອນ.

  ທີ່ການພົບປະເຈລະຈາ: ທ່ານເຈົ້າຄອງມົດສະກູຢືນຢັນວ່າ ມົດສະກູ ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນກັບຮ່າໂນ້ຍ ບັນດາເຕັກໂນໂລຊີ, ຜົນງານກ້າວໜ້າທີ່ໄດ້ຮັບການຕີລາຄາສູງຈາກໂລກໃນບັນດາຂົງເຂດກໍ່ສ້າງນະຄອນອັດສະລິຍະ, ອຳນາດການປົກຄອງເອເລັກໂຕນິກ, ສາທາລະນະສຸກ, ການກວດ, ປີ່ນປົວພະຍາດດ້ວຍເຕັກໂນໂລຊີສູງ, ການສຶກສາ ແລະ ບຳລຸງສ້າງ, ການທ່ອງທ່ຽວ, ແລກປ່ຽນສິລະປະວັດທະນະທຳ, ອາຫານການກິນກໍ່ຄືການພົບປະແລກປ່ຽນປະຊາຊົນ.

   ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ປາດຖະໜາວ່າ ທ່ານເຈົ້າຄອງນະຄອງ Sergey Sobyanin  ແລະ ອຳນາດການປົກຄອງມົດສະກູ ຈະສ້າງເງື່ອນໄຂອຳນວຍຄວາມສະດວກກ່ວາອີກໃນການດຳລົງຊີວິດ ແລະ ດຳເນີນທຸລະກິດຂອງຊາວຫວຽດນາມ ອາໃສຢູ່ນະຄອນຫຼວງມົດສະກູ ກໍ່ຄືໜູນຊ່ວຍການເປີດກ້ວາງການດຳເນີນທຸລະກິດຂອງສູນຮ່າໂນ້ຍ ຢູ່ມົດສະກູ. ນະຄອນຮ່າໂນ້ຍ ຈະສົມທົບກັບນະຄອນມົດກສະກູ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງ “ຊຸມວັນມົດກສະກູຢູ່ຮ່າໂນ້ຍ” ສຳເລັດຜົນໃນເດືອນພະຈິກທີ່ຈະມາເຖິງ ໃນຂອບເຂດບັນດາການເຄືອ່ນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ລັດເຊຍ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top