ສິລະປະຂັບກາຈູ
ໂດຍໄດ້ກາຍເປັນຈຸດທີ່ພົ້ນເດັ່ນຂອງການທ່ອງທ່ຽວຄຸ້ມຖະໜົນເກົ່າຮ່າໂນ້ຍ. ພໍ່ແຕ່ຮອດ 19 ໂມງຕອນຄ່ຳໃນແຕ່ລະມື້, ມີແຂກທ່ອງທ່ຽວ ຫຼາຍຄົນກໍ່ໄດ້ນັ່ງລໍຖ້າຢູ່ເວທີສະແດງນ້ອຍ ຢູ່ເຮືອນເລກທີ 87 ຖະໜົນໜາເມິຍເພື່ອຮັບຊົມບັນດາລາຍການສະແດງຂັບກາຈູ. ໃນທາມກາງອາກາດຍາມລະດູໃບໄມ້ຫຼົ່ນທີ່ເຢັນສະບາຍ, ສຽງຂັບກາຈູພ້ອມກັບສຽງດົນຕີດັງກ້ອງກັງວານຂຶ້ນ ອັນໄດ້ສ້າງຄວາມເປັນເອກະລັກສະເພາະໃຫ້ແກ່ຄຸ້ມຖະໜົນເກົ່າຮ່າໂນ້ຍ. ບັນດາລາຍການສະແດງເຊັ່ນນັ້ນ ກໍ່ໄດ້ສ້າງບັນດາໂອກາດໃຫ້ແກ່ປະຊາຊົນກໍ່ຄືແຂກທ່ອງທ່ຽວ ສາມາດມີຄວາມເຂົ້າໃຈກ່ຽວກັບວັດທະນະທຳພື້ນເມືອງຂອງຮ່າໂນຍຕື່ມອີກ. ໂດຍໄດ້ຮັບການຮັບຮອງແມ່ນມໍລະດົກບໍ່ເປັນວັດຖຸ ຂອງມວນມະນຸດເມື່ອເດືອນ ຕຸລາ ປີ 2009, ຂັບກາຈູໄດ້ກາຍເປັນມໍລະດົກບໍ່ເປັນວັດຖຸທີ 4 ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກ Unesco ພ້ອມກັບດົນຕີໃນພະລາດຊະວັງເຫ້ວ, ວັດທະນະທຳຄ້ອງໄຕງວຽນ ແລະ ຂັບກວານເຫາະບັກນິງ. ເພື່ອເປັນການອະນຸລັກຮັກສາຟື້ນຟູຂັບກາຈູໃຫ້ໝັ້ນຄົງ, ບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບ ຂອງນະຄອນຮ່າໂນ້ຍພວມສ້າງແຜນຮ່າງຍຸດທະສາດຍາວນານເທື່ອລະກ້າວ ເພື່ອນຳສິລະປະຂັບກາຈູຫຼຸດພົ້ນອອກຈາກສະພາບ ທີ່ຕ້ອງການປົກປັກຮັກສາຢ່າງຮີບດ່ວນ, ນະຄອນຮ່າໂນ້ຍກໍ່ໄດ້ໃຫ້ການໜູນຊ່ວຍຄ່າໃຊ້ຈ່າຍໃຫ້ແກ່ບັນດາສະໂມສອນທີ່ເຂົ້າຮ່ວມງານມະໂຫລານ, ງານສະແດງ; ສະໜອງພາຫະນະອຸປະກອນສ່ວນໜຶ່ງ ເພື່ອຊ່ວຍບັນດານັກສິລະປະການໃຫ້ມີຄວາມອຸ່ນອ່ຽນ ໃຈກວ່າໃນການສິດສອນຖ່າຍທອດຢູ່ຮາກຖານ. ນັກດົນຕີ ດັ້ງ ຮວິ່ງ ລວານ ຜູ້ທີ່ໄດ້ມີການຄົ້ນຄວ້າກ່ຽວກັບສິລະປະຂັບກາຈູມາຫຼາຍປີໄດ້ຖືວ່າ: ການຈັດຕັ້ງງານມະໂຫລານ, ງານປະກວດແມ່ນບັນຫາຈຳເປັນ ຕ້ອງໄດ້ຮັບການປະຕິບັດຢ່າງເປັນປະຈຳ ເພື່ອສ້າງເປັນສະຖານທີ່ພົບປະແລກປ່ຽນ, ຮຽນຮູ້ ແລະ ສະແດງຂັບກາຈູໃຫ້ແກ່ນັກສິລະປະການ ແລະ ບັນດາເພື່ອນໜຸ່ມທີ່ນິຍົມສິລະປະຂັບກາຈູ. ນັກດົນຕີ ດັ້ງ ຮວິ່ງ ລວານ ໃຫ້ຮູ້ວ່າ:
“ບັນດາງານປະກວດໄດ້ປະກົດມີໄວໜຸ່ມຜູ້ທີ່ມີຄວາມເກັ່ງກ້າສາມາດ, ນີ້ອາດຈະເວົ້າໄດ້ວ່າແມ່ນສິ່ງທີ່ຍອດຢ້ຽມຂອງຂັບກາຈູຮ່າໂນ້ຍ. ຂ້າພະເຈົ້າເຫັນວ່າໄດ້ມີນັກຮ້ອງບາງຄົນ ໄດ້ຂັບຮ້ອງຕາມວິທີຂອງນັກສິລະປະການ ແລະ ຂ້າພະເຈົ້າໄດ້ພົບເຫັນວ່າພວກນ້ອງໄດ້ຟັງເທບບັນທຶກສຽງຢ່າງລະອຽດ ເພາະວ່າໄດ້ມີນັກສິລະປະການຫຼາຍຄົນໄດ້ເສຍຊີວິດໄປແລ້ວ. ສິ່ງນີ້ໄດ້ເປັນການຢັ້ງຢືນວ່າ ເອກະສານພວມສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ພວກນ້ອງ. ແລະ ສິ່ງທີ່ຂ້າພະເຈົ້າຖືວ່າແມ່ນບັນຫາສຳຄັນທີ່ສຸດ, ນັ້ນແມ່ນເລື່ອງບັນດານັກຮ້ອງລຸ້ນກ່ອນໆ ທີ່ພວກເຮົາໄດ້ຈັດຕັ້ງບັນດາງານປະກວດນັ້ນ, ເຂົາເຈົ້າພວມແມ່ນອາຈານຖ່າຍທອດບອກສອນ, ນີ້ກໍ່ແມ່ນສິ່ງທີ່ພາກພູມໃຈ”.ໂດຍແມ່ນປະເພດສະແດງສິລະປະທັງພື້ນເມືອງ ທັງມີລັກສະນະຍຸກປັດຈຸບັນ, ການອະນຸລັກຮັກສາສິລະປະຂັບກາຈູ ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ຫຼາຍຢ່າງ, ພິເສດແມ່ນລຸ້ນນັກສິລະປະການຖ່າຍທອດອາຊີບ ເກືອບຄືວ່າໄດ້ຢູ່ໃນເກນອາຍຸສູງແລ້ວ, ສຳລັບລຸ້ນສືບທອດກໍ່ບໍ່ຫຼາຍ, ໃນຂະນະນັ້ນ, ສິລະປະປະເພດນີ້ກໍ່ຍາກທີ່ຈະເລືອກເອົາຄົນທີ່ເໝາະສົມໄດ້ຢ່າງ ຫຼວງ ຫຼາຍ. ປ້າ ຟຸ່ງທິຮົ່ງ, ຫົວໜ້າສະໂມສອນຂັບກາຈູຂອງສູນສິລະປະຫວຽດນາມີຄຳເຫັນດັ່ງນີ້:
“ຂ້າພະເຈົ້າສະເໜີວ່າຂັບກາຈູຄວນໄດ້ຮັບການເອົາໃຈໃສ່ ຫຼາຍກວ່າອີກ, ນຳຂັບກາຈູເຂົ້າໃນບັນດາເນື້ອໃນນອກລະບົບຂອງໂຮງຮຽນ ເພື່ອໃຫ້ພວກນ້ອງໄວໜຸ່ມສາມາດໄດ້ຮຽນຂັບກາຈູໂດຍໄວ. ນີ້ກໍ່ແມ່ນສິ່ງພຽງຢ່າງດຽວທີ່ຂ້າພະເຈົ້າມີຄວາມຫວັງເທົ່ານັ້ນ ແລະ ບັນດາຂະແໜງການ, ຂັ້ນຕ່າງໆ ທີ່ມີຄວາມຮັບຜິດຊອບຄວນນຳສິລະປະຂັບກາຈູເຂົ້າໃນການເຄື່ອນໄຫວຢ່າງເປັນປະຈຳ ແລະ ຕໍ່ເນື່ອງເພື່ອໃຫ້ປະເພດສິລະປະນີ້ບໍ່ຖືກສູນຫາຍໄປ”.
ເພື່ອໃຫ້ມໍລະດົກຂັບກາຈູຫຍັບເຂົ້າໃກ້ມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ປ້າ ຫວູທິຖຸຍລິງ ສັງກັດສະໂມສອນຂັບກາຈູ ຟູທິ ຖືວ່າ: ບັນດາຂະແໜງການທີ່ມີຄວາມຮັບຜິດຊອບ ອຳນາດການປົກຄອງທ້ອງຖິ່ນຢູ່ຂັ້ນຮາກຖານ ຄວນຈັດຕັ້ງການເຄື່ອນໄຫວໂຄສະນາເຜີຍແຜ່ ເພື່ອນຳກາຈູເຂົ້າມາສະແດງຢູ່ບັນດາສະຖານທີ່ທ່ອງທ່ຽວ ຂອງນະຄອນຫຼວງ. ປ້າ ຫວູທິຖຸຍລິງ ເວົ້າວ່າ:
“ພວກຂ້າພະເຈົ້າແມ່ນບັນດາຜູ້ປະຕິບັດ ແລະ ປະກອບອາຊີບສະແດງຂັບກາຈູ, ດັ່ງນັ້ນ ພຽງແຕ່ມີຄວາມຫວັງຢາກມີສະຖານທີ່ທຳການສະແດງ, ເງື່ອນໄຂທີ່ດີທີ່ສຸດແມ່ນອາດຈະສະແດງຢ່າງເປັນປະຈຳ. ດັ່ງນັ້ນ ຂ້າພະເຈົ້າຄິດວ່າຕ້ອງເຮັດແນວໃດເພື່ອໃຫ້ມີສະຖານທີ່ສະແດງຫຼາຍກວ່າ ເພື່ອຊ່ວຍບັນດາຜູ້ປະກອບອາຊີບ. ນັ້ນກໍ່ແມ່ນໜຶ່ງໃນບັນດາວຽກງານ ທີ່ຊ່ວຍໃຫ້ມັນສາມາດຄົງຕົວໄດ້”.
ຢູ່ທີ່ບັນດາກອງປະຊຸມສຳມະນາ ເພື່ອຊອກຫາບັນດາວິທີການແກ້ໄຂ ອະນຸລັກຮັກສາຂັບກາຈູຮ່າໂນ້ຍ, ມີນັກຄົ້ນຄວ້ານັກສິລະປະການ ຫຼາຍຄົນໄດ້ຖືວ່າ: ປັດຈຸບັນຮ່າໂນ້ຍພວມແມ່ນໜຶ່ງໃນບັນດາທ້ອງຖິ່ນ ທີ່ມີສະໂມສອນຂັບກາຈູຫຼາຍແຫ່ງ ກໍ່ຄືນັກສິລະປະການກໍ່ຫຼາຍກວ່າໜູ່ ໃນຈຳນວນ 14 ແຂວງ ແລະ ນະຄອນທີ່ມີສິລະປະຂັບກາຈູໃນປັດຈຸບັນ, ເພາະສະນັ້ນ, ນະຄອນຮ່າໂນ້ຍຄວນນຳໜ້າໃນການສຳຫຼວດ ກວດຄືນ ແລະ ຕີລາຄາສະພາບຕົວຈິງສິລະປະຂັບກາຈູໃນບໍລິເວນນະຄອນ, ຈາກນັ້ນສ້າງແຜນຮ່າງຍຸດທະສາດ ເພື່ອອະນຸລັກຮັກສາພັດທະນາສິລະປະຂັບກາຈູ ເພື່ອສ້າງບາດກ່າວຫັນປ່ຽນຢ່າງແຂງແຮງ ໃນການອະນຸລັກຮັກສາສິລະປະຂັບກາຈູໃຫ້ໝັ້ນຄົງ.
(ແຫຼ່ງຄັດຈາກ VOV)