• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍພັດທະນາໝູ່ບ້ານຫັດຖະກຳ, ປະກອບສ່ວນຍົກສູງຊີວິດການເປັນຢູ່ໃຫ້ແກ່ຊາວກະສິກອນ

ແຕ່ດົນນານແລ້ວ, ຮ່າໂນ້ຍແມ່ນບ່ອນເຕົ້າໂຮມສິ່ງຍອດຢ້ຽມຂອງໝູ່ບ້ານຫັດຖະກຳຫວຽດນາມ. ການພັດທະນາຂອງໝູ່ບ້ານຫັດຖະກຳນະຄອນຫລວງໄດ້ແລະພວມນຳມາເຊິ່ງບັນດາຄຸນຄ່າໃຫຍ່ດ້ານເສດຖະກິດ - ສັງຄົມ. ວຽກງານອະນຸລັກຮັກສາແລະພັດທະນາໝູ່ບ້ານຫັດຖະກຳແມ່ນສວມບົດບາດສຳຄັນໃນການຫັນປ່ຽນອົງປະກອບເສດຖະກິດເຂດຊົນນະບົດ, ປະກອບສ່ວນກໍ່ສ້າງຊົນນະບົດພັດທະນາຮອບດ້ານ, ຍືນຍົງ; ພ້ອມທັງຍົກສູງລາຍຮັບ, ປັບປຸງຊີວິດທາງດ້ານວັດຖຸແລະຈິດໃຈໃຫ້ແກ່ປະຊາຊົນ.
ເຕົາໄຟຜະລິດເຄື່ອງປັ້ນດິນເຜົາ

ຕາມສະຫະສະມາຄົມໝູ່ບ້ານຫັດຖະກຳຫວຽດນາມແລ້ວ, ຮ່າໂນ້ຍແມ່ນບ່ອນເຕົ້າໂຮມໝູ່ບ້ານຫັດຖະກຳຫລາຍກວ່າໝູ່ຂອງທົ່ວປະເທດດ້ວຍກວ່າ 1.350 ແຫ່ງ. ຊຸມປີຜ່ານມາ, ບັນດາໝູ່ບ້ານຫັດຖະກຳນະຄອນຫລວງໄດ້ມີການເຕີບໂຕທັງລາຍຮັບ, ມູນຄ່າການຜະລິດແລະການສົ່ງອອກ. ໃນນັ້ນມີປະມານ 100 ໝູ່ບ້ານຫັດຖະກຳບັນລຸລາຍຮັບແຕ່ 10- 20 ຕື້ດົ່ງ/ປີ, ເກືອບ 70 ໝູ່ບ້ານບັນລຸແຕ່ 20 – 50 ຕື້ດົ່ງ/ປີແລະ 20 ໝູ່ບ້ານບັນລຸກວ່າ50 ຕື້ດົ່ງ/ປີ, ປະກອບສ່ວນຫລາຍສົມຄວນເຂົ້າງົບປະມານຂອງທ້ອງຖິ່ນ. ການພັດທະນາໝູ່ບ້ານຫັດຖະກຳໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານຫລາຍຄົນໃນເກນອາຍຸອອກແຮງງານ, ຄົນພິການ... ລາຍຮັບສະເລ່ຍຂອງຜູ້ອອກແຮງງານຢູ່ບັນດາໝູ່ບ້ານແມ່ນແຕ່ 4- 5,5 ລ້ານດົ່ງ/ຄົນ/ເດືອນ.

ເພື່ອເສີມຂະຫຍາຍຄຸນຄ່າຂອງບັນດາໝູ່ບ້ານຫັດຖະກຳ, ໄລຍະຜ່ານມາມີໝູ່ບ້ານຫລາຍແຫ່ງໄດ້ມີວິທີການເຮັດໃຫມ່, ປະດິດຄິດສ້າງ, ຜ່ານນັ້ນກໍ່ດຶງດູດຄວາມສົນໃຈຂອງບັນດາຄູ່ຮ່ວມມືກໍ່ຄືນັກທ່ອງທ່ຽວຢູ່ພາຍໃນແລະຕ່າງປະເທດ. ທ່ານນາງຮ່າທິວິງ, ນັກສິລະປະການ, ຜູ້ອຳນວຍການບໍລິສັດເຄື່ອງປັ້ນດິນເຜົາກວາງວິງຈຳກັດ, ຢູ່ໝູ່ບ້ານຫັດຖະກຳບາດຈ່າງໃຫ້ຮູ້ວ່າ:                 ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຄື່ອງປັ້ນດິນເຜົາບາດຈ່າງໄດ້ຮັບການນິຍົມຈາກນັກທ່ອງທ່ຽວພາຍໃນແລະຕ່າງປະເທດເຂົາເຈົ້າມານີ້ເພື່ອຢາກຮັບຟັງເລື່ອງລາວຂອງບາດຈ່າງຢ້ຽມຊົມຜະລິດຕະພັນທີ່ຍອດຢ້ຽມຂອງຜະລິດຕະພັນບາດຈ່າງແລະໄດ້ຊິມລົດຊາດອາຫານຂອງໝູ່ບ້ານຫັດຖະກຳບາດຈ່າງພວກຂ້າພະເຈົ້າລ້ວນແຕ່ຕອບສະຫນອງໄດ້ທຸກຢ່າງທີ່ນັກທ່ອງທ່ຽວມີຄວາມຕ້ອງການ.

 ສ່ວນຢູ່ໝູ່ບ້ານຫັດຖະກຳຕ່ຳແພໄຫມຫວ້ານຟຸກ, ສະຖານທີ່ປະສົບຜົນສຳເລັດໃນວຽກງານສ້າງເຄື່ອງໝາຍແມ່ນສະຖານທີ່ທ່ອງທ່ຽວເປັນຫນ້າສົນໃຈຂອງນັກທ່ອງທ່ຽວທີ່ຢູ່ໃກ້ແລະຢູ່ໄກ, ເລື່ອງຖ່າຍທອດອາຊີບໃຫ້ລູກຫລານແມ່ນຫນ້າທີ່ສຳຄັນໃນປະຈຸບັນ.

ພວກຂ້າພະເຈົ້າໄດ້ລະດົມກຳລັງໃຈໃຫ້ລຸ້ນນຸ່ມຈຳນວນນຶ່ງສືບຕໍ່ອາຊີບທີ່ເປັນມູນເຊື້ອນີ້ວຽກງານນີ້ບັນລຸໝາກຜົນເມື່ອມີລຸ້ນນຸ່ມຫລາຍຄົນຢາກຮຽນອາຊີຕ່ຳແພໄຫມແລະເຫັນວ່າການຮັບໃຊ້ການຜະລິດດຳເນີນທຸລະກິດຢູ່ທ້ອງຖິ່ນຈະມີຄວາມສະດວກຫລາຍກວ່າ.

ນອກນັ້ນເພື່ອປະກອບສ່ວນຍົກສູງກຳລັງຄວາມສາມາດແກ້ງແຍ່ງໃນຕະຫລາດສຳລັບຜະລິດຕະພັນຂອງບັນດາໝູ່ບ້ານຫັດຖະກຳ, ນະຄອນຮ່າໂນ້ຍໄດ້ຈັດຕັ້ງເຫດການຕ່າງໆ, ສັບປະດາແນະນຳສິນຄ້າ, ງານແຂ່ງຂັນ, ງານບຸນ, ເຂົ້າຮ່ວມງານຕະຫລາດນັດຢູ່ພາຍໃນແລະຕ່າງປະເທດເພື່ອເຊີດຊູບັນດາຜະລິດຕະພັນຂອງໝູ່ບ້ານຫັດຖະກຳ, ສົ່ງເສີມນັກສິລະປະການ, ນາຍຊ່າງເກັ່ງແລກປ່ຽນບົດຮຽນປະສົບການ, ອະນຸລັກຮັກສາຈຸດວັດທະນະທຳທີ່ເປັນເອກະລັກຂອງໝູ່ບ້ານຫັດຖະກຳ, ເສີມຂະຫຍາຍແນວຄວາມຄິດໃຫມ່ເພື່ອສ້າງຜະລິດຕະພັນໃຫ້ສອດຄ່ອງກັບຄວາມນິຍົມຂອງຍຸກປະຈຸບັນ.

    ຮ່າໂນ້ຍແມ່ນເຂດດິນແດນທີ່ມີອາຊີບຫັດຖະກຳນັບຮ້ອຍໆອາຊີບດ້ວຍແຫລ່ງກຳລັງພັດທະນາຂອງບັນດາໝູ່ບ້ານຫັດຖະກຳແມ່ນໃຫຍ່ຫລວງ. ເຖິງຢ່າງໃດກໍຕາມ, ສ່ວນຫລາຍບັນດາທ້ອງຖິ່ນຍັງບໍ່ທັນຂຸດຄົ້ນໄດ້ທ່າແຮງ, ຄວາມສາມາດບົ່ມຊ້ອນຍ້ອນວ່າຍັງບໍ່ທັນມີການວາງແຜນກຳນົດສັງລວມບັນດາແຫລ່ງກຳລັງບົ່ມຊ້ອນທີ່ມີຢູ່ແລ້ວຂອງໝູ່ບ້ານເທື່ອ. ສະນັ້ນຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍຫາກໍ່ມີແຜນການພັດທະນາອາຊີບຢູ່ເຂດຊົນນະບົດຂອງນະຄອນຮ່າໂນ້ຍປີ 2024 ເພື່ອສ້າງເງື່ອນໄຂໃຫ້ບັນດາໝູ່ບ້ານຫັດຖະກຳພັດທະນາແບບຍືນຍົງຕິດພັນກັບການອະນຸລັກຮັກສາມູນເຊື້ອ, ສີສັນວັດທະນະທຳຂອງໝູ່ບ້ານຫັດຖະກຳ, ເພີ່ມລາຍຮັບໃຫ້ແກ່ຜູ້ອອກແຮງງານ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມລວມຂອງນະຄອນ. ທ່ານຫງວຽນແມ້ງກວ່ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍຢືນຢັນວ່າ:

ນະຄອນໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ, ສະຫະກອນ, ບັນດາຄອບຄົວທີ່ດຳເນີນທຸລະກິດ ເພື່ອສືບຕໍ່ປະຕິບັດບັນດາມາດຕະການຫນູນຊ່ວຍ, ແກ້ໄຂຂໍ້ຕິດຂັດຢ່າງຂ້ຽວຂາດ, ພິເສດແມ່ນສືບຕໍ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ. ບັນດາຂັ້ນ, ບັນດາຂະແຫນງຂອງນະຄອນຈະສືບຕໍ່ຮ່ວມເດີນທາງກັບວິສາຫະກິດ ແລະ ປະຊາຊົນ ເພື່ອສ້າງນະຄອນຫລວງທີ່ສີວິໄລ, ທັນສະໄຫມ ດ້ວຍຄຸນຄ່າແກ່ນສານແມ່ນ ອຳນາດການປົກຄອງຮັບໃຊ້, ວິສາຫະກິດອຸທິດສ່ວນ - ສັງຄົມມີຄວາມໄວ້ເນື້ອເຊື່ອໃຈ ແລະ ປະຊາຊົນມີຄວາມຜາສຸກ.

ພ້ອມກັບແຜນການພັດທະນາຂະແຫນງອາຊີບຢູ່ເຂດຊົນນະບົດນະຄອນຮ່າໂນ້ຍປີ 2024, ນະຄອນຮ່າໂນ້ຍພວມຢູ່ໃນວິວັດປັບປຸງແຜນຮ່າງສັງລວມພັດທະນາໝູ່ບ້ານຢູ່ບໍລິເວນນະຄອນຮ່າໂນ້ຍໄລຍະ 2024- 2030, ການນຳນົດທິດຮອດປີ 2050 ໃຫ້ສົມບູນແບບເພື່ອແນໃສ່ກຳນົດບັນດາເປົ້າໝາຍແລະວາງອອກບັນດາມາດຕະການເພື່ອແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂຊຸກຍູ້ບັນດາໝູ່ບ້ານຫັດຖະກຳພັດທະນາແບບຍືນຍົງ,ເພື່ອໃຫ້ບັນດາໝູ່ບ້ານຫັດຖະກຳຫັນປ່ຽນຕົນເອງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດເຂດຊົນນະບົດ.

(ແຫຼ່ງຄັດຈາກ VOV)

ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ອິນໂດເນເຊຍ

ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ອິນໂດເນເຊຍ

ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ແລະ ອິນໂດເນເຊຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ມີນາ 2025 ແມ່ນຂີດໝາຍປະຫວັດສາດ, ເປິດໜ້າໃໝ່ໃນການພົວພັນລະຫວ່າງ 2 ປະເທດ.

Top