• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສັງ​ຄົມ (ສະ​ບັບ​ປັບ​ປຸງ) ຕ້ອງ​ຮັບ​ປະ​ກັນຊີ​ວິດ​ສັງ​ຄົມ

ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ຫຼາຍເນື້ອໃນສຳຄັນ, ພິເສດແມ່ນການຫຼຸດເວລາເສຍປະກັນສັງຄົມ ແຕ່ 20 ປີ ລົງເປັນ 15 ປີ ຈະໄດ້ຮັບເງິນບຳນານ, ເປີດກວ້າງເປົ້າໝາຍເຂົ້າຮ່ວມປະກັນສັງຄົມແບບບັງຄັບ, ກຳນົດຄືນເງື່ອນໄຂ, ມາດຕະຖານໄດ້ຮັບປະກັນສັງຄົມ 1 ຄັ້ງ…
  ພາບບັນຍາກາດຂອງກອງປະຊຸມ (ພາບ: TTXVN)  

ໂດຍສືບຕໍ່ວາລະປະຊຸມຄັ້ງທີ 25, ຕອນເຊົ້າວັນທີ 17 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ) ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ. ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ຫຼາຍເນື້ອໃນສຳຄັນ, ພິເສດແມ່ນການຫຼຸດເວລາເສຍປະກັນສັງຄົມ ແຕ່ 20 ປີ ລົງເປັນ 15 ປີ ຈະໄດ້ຮັບເງິນບຳນານ, ເປີດກວ້າງເປົ້າໝາຍເຂົ້າຮ່ວມປະກັນສັງຄົມແບບບັງຄັບ, ກຳນົດຄືນເງື່ອນໄຂ, ມາດຕະຖານໄດ້ຮັບປະກັນສັງຄົມ 1 ຄັ້ງ…..

ນະທີ່ນີ້, ສະມາຊິກສະພາແຫ່ງຊາດສ່ວນຫຼາຍຖືວ່າ ຮ່າງກົດໝາຍ ໄດ້ສະແດງໃຫ້ເຫັນທັດສະນະຄົບຖ້ວນພໍສົມຄວນຂອງແຜນນະໂຍບາຍຂອງພັກ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງສ້າງກົດໝາຍວ່າດ້ວຍປະກັນສັງຄົມໃຫ້ສົມບູນແບບ ແນໃສ່ຮັບປະກັນຊີວິດສັງຄົມ. ຕາມທ່ານນາງ ຫງວຽນທິແທັງ, ສະມາຊິກສະພາແຫ່ງຊາດ, ຫົວໜ້າຄະນະຮັບຜິດຊອບວຽກງານສະມາຊິກສະພາແຫ່ງຊາດ ແລ້ວ, ການກຳນົດຫຼຸດເວລາເສຍປະກັນສັງຄົມ ແຕ່ 20 ປີ ລົງເຫຼືອ 15 ປີ ແມ່ນເໝາະສົມ, ແນໃສ່ສ້າງເງື່ອນໄຂໃຫ້ແກ່ຄົນງານທີ່ມີອາຍຸສູງ ມີເວລາເຂົ້າຮ່ວມປະກັນສັງຄົມລະດັບຕ່ຳ ໄດ້ເຂົ້າເຖິງ ແລະ ຊົມໃຊ້ສິດຜົນປະໂຫຍດຂອງປະກັນສັງຄົມ.

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top