• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມສຳພັນວິສາຫະກິດພາຍໃນ ແລະ ຕ່າງປະເທດ - ມຸ່ງໄປເຖິງຜົນປະໂຫຍດຮ່ວມ

ເວທີປາໄສວິສາຫະກິດ ຫວຽດນາມ (VBF) ກາງສະໄໝປີ 2018 ດ້ວຍຫົວຂໍ້ວ່າ “ການຮ່ວມສຳພັນວິສາຫະກິດພາຍໃນ ແລະ ຕ່າງປະເທດ - ມຸ່ງໄປເຖິງຜົນປະໂຫຍດຮ່ວມ”
 
ເວທີປາໄສວິສາຫະກິດ ຫວຽດນາມ (VBF) (ພາບ: TTXVN)

ໂດຍສຳພັນທະພາບເວທີປາໄສວິສາຫະກິດ ຫວຽດນາມ ສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານໂລກ (WB) ແລະ ອົງການການເງິນສາກົນ (IFC) ຈັດຕັ້ງໃນວັນທີ 04 ກໍລະກົດ ຢູ່ ຮ່າໂນ້ຍ.

        ກ່າວຄຳເຫັນທີ່ VBF, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໋ຢຸງ ຢືນຢັນວ່າ ໃນຊຸມປີຜ່ານມາ, ປະຊາຄົມວິສາຫະກິດ ຫວຽດນາມ, ລວມທັງວິສາຫະກິດຢູ່ພາຍໃນປະເທດ ແລະ ວິສາຫະກິດຕ່າງປະເທດ, ແມ່ນກຳລັງໜູນສຳຄັນ ເພື່ອປະກອບສ່ວນນຳພື້ນຖານເສດຖະກິດຂອງ ຫວຽດນາມ ຍາມໃດກໍ່ເຕີບໂຕຢູ່ໃນລະດັບສູງ. ທ່ານ Ousmane Dione ຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ (WB) ຢືນຢັນວ່າ:

        “ບັນຫານຳພາແມ່ນປັດໄຈສຳຄັນທີ່ສຸດສຳລັບ ຫວຽດນາມ ເພື່ອປະຕິບັດພາລະກິດປະຕິຮູບຂອງຕົນ, ປັບປຸງການພົວພັນ, ເພີ່ມທະວີການຮ່ວມສຳພັນ, ການເຊື່ອມຕໍ່ຈາກຂັ້ນລຸ່ມຕະຫລອດຮອດຂັ້ນເທິງ. ບັນຫານຳພາຄວນໄດ້ເພີ່ມທະວີ ເພືຶ່ອເຮັດແນວໃດ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີກ່ວາ. ບັນດາວິສາຫະກິດຄວນເຮັດແນວໃດ ຊອກຫາວິທີທີ່ສາມາດຄົງຕົວ ແລະ ພັດທະນາ. ພວກເຮົາຕ້ອງຍົກສູງລັກສະນະແກ່ງແຍ້ງກັນ, ຕອບສະໜອງໄດ້ຄວາມຕ້ອງການ, ຮັບມືຕໍ່ສິ່ງທ້າທາຍ ເພື່ອໃຫ້ພວກເຮົາມີວິວັດທະນາການຫັນປ່ຽນຢ່າງແທດຈິງໃນການປະຕິວັດເຕັກໂນໂລຢີ 4.0 ພວມດຳເນີນໄປ”.

(ແຫຼ່ງຄັດຈາກ VOV)


ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top