• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງ ຮ່າໂນ້ຍ ແລະ ໂດຮາ (ປະເທດ ກາຕາ)

      ທີ່ການເຮັດວຽກກັບບໍລິສັດການບິນ Qatar Airway ກ່ຽວກັບການຮ່ວມມືພັດທະນາການທ່ອງທ່ຽວ, ໃນວັນທີ 29 ກັນຍາ, ພະແນກທ່ອງທ່ຽວ ຮ່າໂນ້ຍ ສະເໜີໃຫ້ Qatar Airway ສົມທົບກັນສົ່ງເສີມການທ່ອງທ່ຽວລະຫວ່າງ 2 ຝ່າຍ, ເຊິ່ງລວມທັງສົ່ງເສີມການຕະຫຼາດ ແລະ ການສົ່ງເສີມຢູ່ກັບທີ່ເພື່ອອາດຈະນຳມາເຊິ່ງປະສິດທິຜົນໃນການໂຄສະນາການທ່ອງທ່ຽວໃຫ້ດີທີ່ສຸດ. 

ທ່ານ ເຈີ່ນດຶກຫາຍ, ຫົວໜ້າພະແນກການທ່ອງທ່ຽວ ຮ່າໂນ້ຍ
(ພາບ: kinhtedothi.vn)
      ທ່ານ ເຈີ່ນດຶກຫາຍ, ຫົວໜ້າພະແນກການທ່ອງທ່ຽວ ຮ່າໂນ້ຍ, ໃຫ້ຮູ້ວ່າ, ພະແນກທ່ອງທ່ຽວ ຮ່າໂນ້ຍ ກຽມພ້ອມໜູນຊ່ວຍການໂຄສະນາ, ສ້າງເງື່ອນໄຂໃຫ້ ບໍລິສັດການບິນ Qatar Airway ເຄື່ອນໄຫວຢູ່ ຫວຽດນາມ. ຕາມທ່ານນາງ Jeanie Jin, ຫົວໜ້າຫ້ອງການຕາງໜ້າ ບໍລິສັດການບິນ Qatar Airway ປະຈຳ ຮ່າໂນ້ຍ ແລ້ວ, ເລື່ອງເປີດສາຍການບິນໂດຍກົງລະຫວ່າງ ຮ່າໂນ້ຍ - ໂດຮາ ຈະສ້າງເງື່ອນໄຂສະດວກກ່ວາໃຫ້ແກ່ແຂກທ່ອງທ່ຽວ 2 ປະເທດຊອກຮູ້ກ່ຽວກັບ 2 ປະເທດ ກໍ່ຄືປະກອບສ່ວນຊຸກຍູ້ຂະແໜງທ່ອງທ່ຽວຂອງ 2 ຝ່າຍ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top