• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບ ແລະ ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ລາວ 96 ຊຸດກັບຄືນເມືອປະເທດ

ນີ້ແມ່ນຈຳນວນນັກຮົບເສຍສະຫຼະຊີວິດເພື່ອຊາດເຊິ່ງກອງທ້ອນໂຮມອັດຖິ - ກອງບັນຊາການທະຫານແຂວງ ເງະອານ ຊອກຫາ ແລະ ທ້ອນໂຮມອັດຖິໃນລະດູແລ້ງ 2022 – 2023.
ພິທີມອບ - ຮັບ, ສວດມົນພາວະນາ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ (ພາບ: TTXVN)

ວັນທີ 16-17 ພຶດສະພາ, ຢູ່ແຂວງ ຊຽງຂວາງ, ໄດ້ຈັດພິທີມອບ - ຮັບ, ສວດມົນພາວະນາ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ 3 ແຂວງ, ຄື: ນະຄອນຫຼວງ ວຽງຈັນ, ໄຊສົມບູນ ແລະ ຊຽງຂວາງ ໃນສະໄໝຕ່າງໆກັບເມືອ ຫວຽດນາມ. ນີ້ແມ່ນຈຳນວນນັກຮົບເສຍສະຫຼະຊີວິດເພື່ອຊາດເຊິ່ງກອງທ້ອນໂຮມອັດຖິ - ກອງບັນຊາການທະຫານແຂວງ ເງະອານ ຊອກຫາ ແລະ ທ້ອນໂຮມອັດຖິໃນລະດູແລ້ງ 2022 – 2023.

        ທີ່ພິທີສວດມົນພາວະນາໃນຕອນບ່າຍວັນທີ 16 ພຶດສະພາ, ທ່ານຮອງເຈົ້າ ແຂວງໆ ຊຽງຂວາງ, ຫົວໜ້າຄະນະປະຕິບັດງານພິເສດແຂວງ ຊຽງຂວາງ ສີວິໄລ ແສງຈະເລີນ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໄດ້ອຸທິດສ່ວນທັງຊີວິດຂອງຕົນເພື່ອພາລະກິດປະຕິວັດ ລາວ ເວົ້າສະເພາະ ແລະ ການປະຕິວັດຂອງ 2 ປະເທດ ເວົ້າລວມ; ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ, ໃນອະດີດຕະການ ກໍຄືໃນປະຈຸບັນ ທີ່ຍາມໃດກໍ່ໃຫ້ການຊ່ວຍເຫຼືອພາລະກິດການປະຕິວັດຂອງ ລາວ ເວົ້າລວມ ແລະ 3 ແຂວງເວົ້າສະເພາະ…

        ຕອນເຊົ້າວັນທີ 17 ພຶດສະພາ, ການນຳບັນດາອົງການທີ່ມີໜ້າທີ່ ແລະ ກົມກອງທີ່ກ່ຽວຂ້ອງຂອງ 2 ປະເທດ ໄດ້ປະຕິບັດພິທີຖະຫວາຍທູບທຽນໄຫວ້ບູຊາກ່ອນທີ່ສົ່ງອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອປະເທດ ຜ່ານດ່ານຊາຍແດນສາກົນ ນ້ຳກັນ - ຊຽງຂວາງ.

 

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ສະ​ພາ​ແຫ່ງ​ຊາດ​ກຳ​ນົດ​ການ​ຕິດ​ຕາມ​ກວດ​ກາ​ສູງ​ທີ່​ສຸດ​ໃຫ້​ແກ່​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ, ການ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ສະພາແຫ່ງຊາດຈະຕິດຕາມກວດກາການປະຕິບັດມະຕິເລກທີ 43 ຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ, ພັດທະນາເສດຖະກິດ ສັງຄົມ

Top