• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບ​ຮູ້​ສຽງ​ເວົ້າ​ຂອງ​ເດັກ​ນ້ອຍ​ໃນ​ການ​ສ້າງ​ນະ​ໂຍ​ບາຍ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ໃນໂຄງການ, ພວກນ້ອງໆນັກຮຽນຢູ່ຫຼາຍແຂວງ, ນະຄອນໄດ້ຕາງໜ້າໃຫ້ແກ່ເດັກນ້ອຍເກືອບ 2.800 ຄົນທີ່ເຂົ້າຮ່ວມການທາບທາມຄຳເຫັນໄດ້ປະຕິບັດສິດເຂົ້າຮ່ວມຂອງເດັກນ້ອຍໃນການສ້າງນະໂຍບາຍກ່ຽວຂ້ອງເຖິງເດັກນ້ອຍ.
ພິທີຮັບເອົາຄຳເຫັນຂອງເດັກນ້ອຍກ່ຽວກັບໂຄງການປົກປ້ອງ ແລະ ໜູນຊ່ວຍເດັກນ້ອຍໃນສະພາບແວດລ້ອມອິນເຕີເນັດໃນໄລຍະ 2026 – 2030 (ພາບ: VGP)

ຕອນບ່າຍວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ກົມປ້ອງກັນຄວາມໝັ້ນຄົງທາງໄຊເບີ ແລະ ການປ້ອງກັນ, ຕ້ານອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ (ກະຊວງຕຳຫຼວດ) ໄດ້ຈັດພິທີຮັບເອົາຄຳເຫັນຂອງເດັກນ້ອຍກ່ຽວກັບໂຄງການປົກປ້ອງ ແລະ ໜູນຊ່ວຍເດັກນ້ອຍໃນສະພາບແວດລ້ອມອິນເຕີເນັດໃນໄລຍະ 2026 – 2030. ເຫດການໄດ້ຜັນຂະຫຍາຍຄືເວທີປາໄສທາງການເພື່ອແນໃສ່ຮັບຮູ້, ຮັບເອົາ ແລະ ສັງລວມຄຳເຫັນຂອງເດັກນ້ອຍໃນທົ່ວປະເທດ. ກ່ອນໜ້ານັ້ນ, ນັບແຕ່ວັນທີ 11 – 20 ພະຈິກ, ກົມປ້ອງກັນຄວາມໝັ້ນຄົງທາງໄຊເບີ ແລະ ການປ້ອງກັນ, ຕ້ານອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງກໍ່ໄດ້ສົມທົບກັບສະມາຄົມປົກປ້ອງສິດທິເດັກ ຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ບັນດາອົງການຈັດຕັ້ງສາກົນ ປະຕິບັດການມທາບທາມຄຳເຫັນ ແລະ ຮັບຟັງຄວາມຄິດເຫັນຂອງເດັກນ້ອຍເກືອບ 2.800 ຄົນຢູ່ 16 ແຂວງ, ນະຄອນ.

ໃນໂຄງການ, ພວກນ້ອງໆນັກຮຽນຢູ່ຫຼາຍແຂວງ, ນະຄອນໄດ້ຕາງໜ້າໃຫ້ແກ່ເດັກນ້ອຍເກືອບ 2.800 ຄົນທີ່ເຂົ້າຮ່ວມການທາບທາມຄຳເຫັນໄດ້ປະຕິບັດສິດເຂົ້າຮ່ວມຂອງເດັກນ້ອຍໃນການສ້າງນະໂຍບາຍກ່ຽວຂ້ອງເຖິງເດັກນ້ອຍ. ພວກນ້ອງໆສະແດງຄວາມປາດຖະໜາຢາກນຳໃຊ້ອິນເຕີເນັດຢ່າງປອດໄພກ່ວາ, ໄດ້ປະກອບທັກສະ ໃນການປ້ອງກັນຕົວເອງຕື່ມອີກ ເມື່ອເຂົ້າຮ່ວມສະພາບແວດລ້ອມດີຈີຕອນ… ພວກນ້ອງກໍ່ຕັ້ງຄຳຖາມກ່ຽວກັບຄວາມຮັບຜິດຊອບຂອງວິສາຫະກິດ ໃນການປົກປ້ອງເດັກນ້ອຍໃນສະພາບແວດລ້ອມອິນເຕີເນັດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top