• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບ​ປະ​ກັນ​ຄຸນ​ນະ​ພາບ, ຄວາມ​ຄືບ​ໜ້າ​ຂອງ​ການ​ສະຫຼຸບ 10 ປີ ແຫ່ງ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່​

ຕອນເຊົ້າວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການກໍ່ສ້າງແຜນຮ່າງ “ສະຫຼຸບ 10 ປີ ແຫ່ງການປະຕິບັດມະຕິສູນກາງພັກ ຄັ້ງທີ 8 ຊຸດທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່” ໄດ້ຈັດວາລະປະຊຸມທຳອິດ.

ຕອນເຊົ້າວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການກໍ່ສ້າງແຜນຮ່າງ “ສະຫຼຸບ 10 ປີ ແຫ່ງການປະຕິບັດມະຕິສູນກາງພັກ ຄັ້ງທີ 8 ຊຸດທີ XI ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່” ໄດ້ຈັດວາລະປະຊຸມທຳອິດ ພາຍໃຕ້ການເປັນປະທານຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢືນຢັນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງຜົນງານໃນຮອບເວລາ 10 ປີ ແຫ່ງການປະຕິບັດມະຕິທີ່ສຳຄັນນີ້. ຕາມນັ້ນແລ້ວ, ໄດ້ສຸມໃສ່ສ້າງບັນດາລະບອບລະບຽບການພັດທະນາ, ປັບປຸງ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ເປັນເຈົ້າການໄປກ່ອນ, ຕັດໜ້າ, ກຳແໜ້ນສະພາບການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ ແລະ ບັງເອີນ; ເດັດດ່ຽວ, ຢຶດໝັ້ນຕໍ່ການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ; ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.

        ພ້ອມດຽວກັນນັ້ນ, ການພົວພັນຕ່າງປະເທດກໍໄດ້ຮັບການເພີ່ມທະວີ; ກໍ່ສ້າງກຳລັງຕຳຫຼວດປະຊາຊົນປະຕິວັດໃຫ້ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ; ບັນດາເຫຼົ່າທັບ, ເຫຼົ່າຮົບ ນັບມື້ນັບຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ໄດ້ເປັນຢ່າງດີກວ່າ… ພິເສດ, ກຳລັງປະກອບອາວຸດ, ໂດຍກົງແມ່ນກອງທັບ ແລະ ຕຳຫຼວດ ໄດ້ເຕີບໃຫຍ່ເຂັ້ມແຂງ ນັບທັງດ້ານຄຸນນະພາບ ແລະ ປະລິມານ, ແມ່ນກຳລັງຫຼັກແຫຼ່ງແກ່ນສານໃນການປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top