ການປະຕິວັດການປັບປຸງກົງຈັກການຈັດຕັ້ງ ຂອງລະບົບການເມືອງໃຫ້ກະທັດລັດລົງ ໄດ້ ແລະ ພວມໄດ້ດຳເນີນຢ່າງຮີບດ່ວນ, ເປັນເອກະພາບສູງໃນທົ່ວພັກ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມສະໜັບສະໜູນຈາກປະຊາຊົນ.
ນະໂຍບາຍຊີ້ຂາດຍຸດທະສາດທີ່ບໍ່ເຄີຍມີມາກ່ອນ
ອົງການອຳນາດການປົກຄອງທ້ອງຖິ່ນ ສອງຂັ້ນຂອງ ຫວຽດນາມ ຈະລວມມີ ຂັ້ນແຂວງ (ແຂວງ, ນະຄອນຂຶ້ນກັບສູນກາງ), ຂັ້ນຕາແສງ (ຕາແສງ, ເຂດພິເສດຂຶ້ນກັບແຂວງ, ນະຄອນ). ຂັ້ນເມືອງຈະຢຸດຕິການເຄື່ອນໄຫວ, ແທນທີ່ນັ້ນແມ່ນຮູບແບບສອງຂັ້ນດັ່ງກ່າວ.
ດ້ວຍຮູບແບບອົງການບໍລິຫານໃໝ່, ຂັ້ນແຂວງທັງແມ່ນຂັ້ນປະຕິບັດແຜນນະໂຍບາຍ, ນະໂຍບາຍຈາກສູນກາງ, ທັງປະກາດໃຊ້ນະໂຍບາຍໃນບໍລິເວນແຂວງ, ນະຄອນ ແລະ ຊີ້ນຳ, ຄຸ້ມຄອງໂດຍກົງບັນດາການເຄື່ອນໄຫວຂອງຂັ້ນຕາແສງໃນບໍລິເວນ. ຂັ້ນຕາແສງສ່ວນຫຼາຍແມ່ນປະຕິບັດນະໂຍບາຍຈາກຂັ້ນສູນກາງ ແລະ ຂັ້ນແຂວງປະກາດໃຊ້. ເຕື້ອງເຖິງຄວາມຮຽກຮ້ອງໂດຍຂັ້ນສູນກາງວາງອອກໃຫ້ແກ່ວຽກງານການສັບຊ້ອນ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:
ອຳນາດການປົກຄອງທ້ອງຖິ່ນພາຍຫຼັງໄດ້ຮັບການສັບຊ້ອນຕ້ອງຮັບປະກັນລັກສະນະກະທັດລັດລົງ, ມີປະສິດທິຜົນ, ໃກ້ຊິດກັບປະຊາຊົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງສັງຄົມທີ່ທັນສະໄໝ, ປະຕິບັດບັນດາເປົ້າໝາຍເຕີບໂຕໂດຍໄວ, ຍືນຍົງ; ສ້າງທ່ວງທາ ແລະ ກຳລັງໃໝ່ໃຫ້ແກ່ໜ້າທີ່ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ສ້າງທ່ວງທ່າ ແລະ ກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ເສດຖະກິດເອກະຊົນ, ຍູ້ໄວການພັດທະນາວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ເບິ່ງແຍງດູແລຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ນັບມື້ນັບດີກ່ວາເກົ່າ.
ເພື່ອວຽກງານສັບຊ້ອນໄດ້ປະຕິບັດໂດຍໄວ, ຄົບຊຸດ, ຄະນະບໍລິຫານງານສູນກາງພັກໄດ້ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍປັງປຸງ, ເພີ່ມເຕີມລັດຖະທຳມະນູນ, ກົດໝາຍແຫ່ງລັດກ່ຽວຂ້ອງເຖິງບັນດາຂໍ້ກຳນົດກ່ຽວກັບອຳນາດການປົກຄອງທ້ອງຖິ່ນເພື່ອຮັບໃຊ້ການປັບປຸງກົງຈັກການຈັດຕັ້ງ ຂອງລະບົບການເມືອງ, ບັນດາຂໍ້ກຳນົດກ່ຽວກັບແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ ສັງຄົມເຊິ່ງມີຜົນສັກສິດແຕ່ວັນທີ 01 ກໍລະກົດ ປີ 2025, ກຳນົດເວລາປະຕິບັດເພື່ອຮັບປະກັນການເຄື່ອນໄຫວຢ່າງລຸລ່ວງ, ບໍ່ຂາດວັກຂາດຕອນ, ເໝາະສົມກັບແຜນການ, ວິວັດການປະຕິບັດການສັບຊ້ອນ.
ຜັນຂະຫຍາຍຢ່າງຂ້ຽວຂາດ, ຕັ້ງໃຈປະຕິບັດຢູ່ລະດັບສູງ
ພາຍຫຼັງກອງປະຊຸມສູນກາງຄັ້ງທີ 11 ດຳເນີນເປັນເວລາສອງວັນ, ຄະນະຊີ້ນຳສູນກາງກ່ຽວກັບການສະຫຼຸບວຽກງານປະຕິບັດມະຕິເລກທີ 18 - NQ/TW ໄດ້ຈັດກອງປະຊຸມຄັ້ງທີ 3 (ວັນທີ 14 ເມສາ). ກອງປະຊຸມ ໄດ້ເປັນເອກະພາບຮັບຮອງເອົາ 121 ກຸ່ມວຽກງານລະອຽດຕິດພັນກັບຄວາມຮັບຜິດຊອບ ແລະ ຈຸດເວລາປະຕິບັດສຳເລັດຕາມແຕ່ລະວັນ. ຕາມທ່ານເລຂາທິການໃຫຍ່ ໂຕເລິມແລ້ວ, ບັນດາກຸ່ມວຽກງານນີ້ມີສ່ວນກ່ຽວຂ້ອງກັນຢ່າງແໜ້ນແຟ້ນ, ວຽກງານໜຶ່ງຊັກຊ້າຈະເຮັດໃຫ້ທົ່ວລະບົບຊັກຊ້າ. ດັ່ງນັ້ນ, ບໍ່ສາມາດຊັກຊ້າໃນການປະຕິບັດວຽກງງານໃດ, ເປັນຕົ້ນແມ່ນກຸ່ມວຽກງານກ່ຽວກັບການບູລະນະລະບົບລະບຽບການກົດໝາຍ, ບູລະນະບັນດາຂໍ້ກຳນົດຂອງພັກຕ້ອງປະຕິບັດກ່ອນນັ້ນບາດກ້າວໜຶ່ງ ເພື່ອສ້າງກອບນິຕິກຳຢ່າງໝັ້ນແກ່ນໃຫ້ແກ່ບັນດາອົງການປະຕິບັດຕາມ.
ກໍ່ໃນວັນທີ 14 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການສະຫຼຸບມະຕິເລກທີ 18 ຂອງສູນກາງ, ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານສັບຊ້ອນ, ປັບປຸງບັນດາຫົວໜ່ວຍບໍລິຫານ. ຄະນະຊີ້ນຳຂອງລັດຖະບານໄດ້ປະກາດໃຊ້ແຜນການປະຕິບັດສັບຊ້ອນຫົວໜ່ວຍບໍລິຫານ ແລະ ສ້າງຮູບແບບອົງການທ້ອງຖິ່ນ ສອງຂັ້ນ. ບັນດາວຽກງານຕ້ອງໄດ້ປະຕິບັດຢ່າງຄົບຊຸດ, ສົມທົບກັນຢ່າງແໜ້ນແຟ້ນ. ນັບແຕ່ວັນທີ 1 ກໍລະກົດ ຕ້ອງຮັບປະກັນການເຄື່ອນໄຫວຢ່າງເປັນປົກກະຕິຂອງອຳນາດການປົກຄອງໃໝ່ພາຍຫຼັງໄດ້ຮັບການປັບປຸງ, ເປັນເອກະພາບຕໍ່ບັນດາໂປແກຼມ ເພື່ອແກ້ໄຂວຽກງານບໍລິຫານໃນທົ່ວປະເທດ, ສົມທົບກັບຮາກຖານຂໍ້ມູນພົນລະເມືອງ.
ໃນຂະນະນັ້ນ, ຕອນເຊົ້າວັນທີ 16 ເມສາ, ຢູ່ຫໍປະຊຸມ ຢຽນຮົ່ງ (ຮ່າໂນ້ຍ), ກົມການເມືອງ, ຄະນເລຂາໄດ້ຈັດກອງປະຊຸມທົ່ວປະເທດເພື່ອເຊື່ອມຊືນຜັນຂະຫຍາຍປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຊີ້ຂາດສຳຄັນທີ່ກອງປະຊຸມຄັ້ງທີ 11ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XIII ຮັບຮອງເອົາ ຢ່າງທັນການ. ສິ່ງນີ້ສະແດງໃຫ້ເຫັນລະດັບຄວາມສຳຄັນຂອງບັນດາເນື້ອໃນທີ່ຈຳເປັນຕ້ອງເຊື່ອມຊືມກໍ່ຄືຂອບຂະໜາດຜົນກະທົບຂອງບັນດາເນື້ອໃນນີ້. ນີ້ກໍ່ແມ່ນບັນດາເນື້ອໃນໂດຍພະນັກງານ, ສະມາຊິກພັກຂອງປະຊາຊົນມີຄວາມເອົາໃຈໃສ່ຕິດຕາມ ແລະ ປາດຖະໜາຢາກຜັນຂະຫຍາຍປະຕິບັດໂດຍໄວ.
ການສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຂອງລະບົບການເມືອງ ແມ່ນນະໂຍບາຍຊີ້ຂາດຍຸດທະສາດບໍ່ເຄີຍມີມາກ່ອນ ດ້ວຍເປົ້າໝາຍສູງທີ່ສຸດເພື່ອການພັດທະນາໂດຍໄວ, ມີສະຖຽນລະພາບ, ຍືນຍົງຂອງປະເທດຊາດ, ເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງປະຊາຊົນໄດ້ດີກ່ວາອີກ, ສ້າງກົງຈັກການປົກຄອງໃຫ້ກະທັດລັດລົງ, ປ່ຽນແປງການປົກຄອງແບບເປັນທ່າຮັບ ໄປເປັນເຈົ້າການໃນການຮັບໃຊ້ປະຊາຊົນ. ພ້ອມທັງ, ສ້າງການພັດທະນາ, ຄວາມສາມາດຢ່າງພຽງພໍໃນການຈັດຕັ້ງຜັນຂະຫຍາຍຢ່າງມີປະສິດທິຜົນບັນດາແຜນນະໂຍບາຍຂອງພັກເຂົ້າຊີວິດຕົວຈິງໃນສັງກາດພັດທະນາ ແລະ ວັດທະນາຖາວອນ.