• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນແຫຼ່ງນ້ຳ ແລະ ອ່າງເກັບນ້ຳໃຫ້ໝັ້ນຄົງ

      ຕອນເຊົ້າວັນທີ 17 ສິງຫາ ຢູ່ຮ່າໂນ້ຍ, ກຳມາທິການວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມອະພິປາຍກ່ຽວກັບ “ຄວາມໝັ້ນຄົງແຫຼ່ງນ້ຳຮັບໃຊ້ການຜະລິດ, ຊີວິດປະຈຳວັນ ແລະ ຄຸ້ມຄອງຄວາມປອດໄພຂອງອ່າງເກັບນ້ຳ”.

ກອງປະຊຸມອະພິປາຍ (ພາບ: VTV)
              ບົດລາຍງານການສຳຫຼວດກວດກາຄວາມໝັ້ນຄົງແຫຼ່ງນ້ຳຢູ່ກິດຈະກຳອ່າງເກັບນ້ຳ 12 ແຫ່ງ; ໂຮງຈັກ, ສະຖານີສະໜອງນ້ຳ 4 ແຫ່ງ; ໂຮງງານໄຟຟ້ານ້ຳຕົກ 3 ແຫ່ງຢູ່ 14 ແຂວງ, ນະຄອນຂອງກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະແດງໃຫ້ເຫັນວ່າ ປະລິມານສະສົມນ້ຳແມ່ນມີຫຼາຍຢູ່. ທ່ານ ຟານຊວັນຢຸ້ງ, ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ຊີ້ແຈ້ງວ່າ:
        “ບັນຫາຮັບປະກັນຄວາມໝັັ້ນຄົງແຫຼ່ງນ້ຳ ແລະ ອ່າງເກັບນ້ຳ ພວມໄດ້ຮັບຖືວ່າ ແມ່ນຈຳເປັນທີ່ສຸດ ຕ້ອງມີການປ່ຽນແປງຈິນຕະນາການໃນການຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳຢ່າງປອດໄພ, ມີປະສິດທິຜົນ. ເນື້ອໃນສຳຄັນທີ່ສຸດ ແມ່ນສົ່ງຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ນັບທັງປະຈຸບັນ ແລະ ໃນອະນາຄົດ.
        ທີ່ກອງປະຊຸມດັ່ງກ່າວ, ບັນດາຜູ້ແທນກໍ່ໄດ້ຍົກອອກຄຳເຫັນກ່ຽວກັບແຜນການຂອງລັດຖະບານ ແລະ ບັນດາກະຊວງກ່ຽວກັບການແກ້ໄຂຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດທີ່ມີຕໍ່ແຫຼ່ງນ້ຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top